ສ້າງ​ສະ​ມາ​ຄົມ​ມິດ​ຕະ​ພາບ ອິດ​ສະ​ລາ​ແອັນ - ຫວຽດ​ນາມ

(VOVWORLD) -ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະລາແອັນ ລີດຶກຈຸງ ເນັ້ນໜັກວ່າ ຫວຽດນາມ ຖືວຽກງານການທູດປະຊາຊົນແມ່ນວຽກງານມີບົດບາດສຳຄັນ ໃນການສ້າງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ

ວັນທີ 22 ມັງກອນ, ຢູ່ສຳນັກງານກະຊວງການຕ່າງປະເທດ ອິດສະລາແອັນ (ຢູ່ Jerusalem) ໄດ້ດຳເນີນພິທີສ້າງສະມາຄົມມິດຕະພາບ ອິດສະລາແອັນ ຫວຽດນາມ ດ້ວຍຈຸດປະສົງເພີ່ມທະວີການເຄື່ອນໄຫວການທູດປະຊາຊົນ ລະຫວ່າງສອງປະເທດ. ພາກສ່ວນເຂົ້າຮ່ວມສະມາຄົມ ລວມມີ ອະດີດເອກອັກຄະລັດຖະທູດ, ອະດີດອັກຄະລັດຖະທູດ ແລະ ພະນັກງານການທູດຂອງອິດສະລາແອັນ ທີ່ເຄີຍໄປປະຈຳ ຢູ່ ຫວຽດນາມ ໃນໄລຍະເວລາ 20 ປີມານີ້.

        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະລາແອັນ ລີດຶກຈຸງ ເນັ້ນໜັກວ່າ ຫວຽດນາມ ຖືວຽກງານການທູດປະຊາຊົນແມ່ນວຽກງານມີບົດບາດສຳຄັນ ໃນການສ້າງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ມີສະຖຽນລະພາບ, ປະກອບສ່ວນເຂົ້າໃນການພັດທະນາ, ຍົກສູດຖານະບົດບາດ ຂອງປະເທດຊາດ. ສະມາຄົມມິດຕະພາບ ອິດສະລາແອັນ - ຫວຽດນາມ ຈະກາຍເປັນຊາຍຄາລວມໃຫ້ແກ່ທຸກຄົນອາດຈະເຂົ້າຮ່ວມ, ປະກອບສ່ວນເຂົ້າການຊຸກຍູ້ການພົວພັນສອງປະເທດ ອິດສະລາແອັນ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ