ສ້າງສໍາເລັດບັນດາຂໍ້ກໍານົດກ່ຽວກັບການເຄື່ອນໄຫວຂອງ ສະພາແຫ່ງຊາດຫວຽດນາມ

(VOVWORLD) -      ໂດຍສືບຕໍ່ກອງປະຊຸມຄັ້ງທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ຕອນເຊົ້າວັນທີ 29 ຕຸລາ, ສະພາແຫ່ງຊາດຫວຽດນາມ ໄດ້ປຶກສາຫາລືກ່ຽວກັບຮ່າງກ     ົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງ ສະພາແຫ່ງຊາດ ແລະ ຮ່າງມະຕິ ກ່ຽວກັບການທົດລອງບໍ່ຈັດຕັ້ງສະພາປະຊາຊົນຢູ່ບັນດາຕາແສງຂຶ້ນກັບເມືອງ, ເທດສະບານຂອງນະຄອນຮ່າໂນ້ຍ.
ສ້າງສໍາເລັດບັນດາຂໍ້ກໍານົດກ່ຽວກັບການເຄື່ອນໄຫວຂອງ ສະພາແຫ່ງຊາດຫວຽດນາມ - ảnh 1 (ພາບປະກອບ: quochoi.vn)

        ກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ ໄດ້ປະກາດເມື່ອປີ  2014 ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ມັງກອນ 2016 ໄດ້ສ້າງພື້ນຖານດ້ານນິຕິທໍາ ໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສະພາແຫ່ງຊາດ. ພາຍຫຼັງການປະຕິບັດມາເປັນເວລາກວ່າ 3 ປີ, ກົດໝາຍສະບັບດັ່ງກ່າວ ໄດ້ນໍາມາເຊິ່ງໝາກຜົນອັນຕັ້ງໜ້າຫຼາຍຢ່າງ, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ, ບັນດາອົງການຂອງ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດໃນຂົງເຂດນິຕິບັນຍັດ, ຕິດຕາມກວດກາ, ຕັດສິນບັນດາບັນຫາສໍາຄັນຂອງປະເທດຊາດ. ເຖິງຢ່າງໃດກໍຕາມ, ໃນວິວັດການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວ ຍັງມີຂໍ້ຂັດຂ້ອງ ແລະ ຂໍ້ຄົງຄ້າງບາງຢ່າງທີ່ຕ້ອງປັບປຸງ, ເພີ່ມເຕີມໃຫ້ທັນການ.

        ຕາມການຄາດຄະເນແລ້ວ, ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ ຈະໄດ້ພິຈາລະນາ, ຮັບຮອງເອົາຕາມຂັ້ນຕອນ ແລະ ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ມິຖຸນາ 2021 ເປັນຕົ້ນໄປ ເພື່ອເລີ່ມຜັນຂະຫຍາຍປະຕິບັດໃນອາຍຸການ 15 ຂອງ ສະພາແຫ່ງຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ