ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ເພື່ອ​ໃຫ້​ເສດ​ຖະ​ກິດ​ລ​ວ​ມ​ໝູ່​ພັດ​ທະ​ນາ​ຫຼາ​ຍ​ຮູບ​ແບບ

(VOVWORLD) -  ວັນທີ 26 ມິຖຸນາ, ທ່ານຈ້ິງດິ່ງຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳປ່ຽນແປງໃໝ່ ແລະ ພັດທະນາເສດຖະກິດລວມໝູ່, ສະຫະກອນ, ໄດ້ຮັບການເຮັດວຽກກັບ ສະຫະພັນ ສະຫະກອນ ຫວຽດນາມ.

ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ເພື່ອ​ໃຫ້​ເສດ​ຖະ​ກິດ​ລ​ວ​ມ​ໝູ່​ພັດ​ທະ​ນາ​ຫຼາ​ຍ​ຮູບ​ແບບ - ảnh 1ທ່ານຈ້ິງດິ່ງຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ເຮັດວຽກກັບ ສະຫະພັນ ສະຫະກອນ ຫວຽດນາມ

ເມື່ອຕີລາຄາສູງຕໍ່ຕົວເລກສະຫະກອນຫຼາຍກ່ວາ 25.000ແຫ່ງ ໃນທົ່ວປະເທດພວມເຄື່ອນໄຫວ ແລະ 750ແຫ່ງໄດ້ຮັບການສ້າງຕັ້ງໃໝ່, ທ່ານຈິ້ງດິ່ງຢຸງ ໄດ້ຖືວ່າ ປັດຈຸບັນ, ມີສະຫະກອນຫຼາຍແຫ່ງຊອກໄດ້ເສັ້ນທາງເດີນໃໝ່ ຢ່າງມີປະສິດທິຜົນ, ປ່ຽນແປງໃໝ່ວິທີການເຄື່ອນໄຫວ, ບໍ່ພຽງແຕ່ດຶງດູດສະມາຊິກເຂົ້າຮ່ວມເປັນຈຳນວນຫຼາຍເທົ່ານັ້ນ ຫາກຍັງກາຍເປັນບ່ອນສ້າງລະບົບມູນຄ່າ, ສະໜອງເງິນທຶນ, ສົ້ນເຂົ້າ ແລະ ສົ້ນອອກ, ຈັດຕັ້ງການຜະລິດ, ທຳມາຫາກິນທີ່ມີກຳໄລ, ສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ແກ່ຜູ້ອອກແຮງງານ. ຄຽງຄູ່ກັນນັ້ນເຂດເສດຖະກິດລວມໝູ່, ສະຫະກອນກໍ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ທ່ານກ່າວວ່າ:

        ບົດບາດຂອງລັດຖະບານ, ບັດດາຂະແໜງການທຸກຂັ້ນ, ສະຫະພັນສະຫະກອນແມ່ນ ສຳຄັນທີ່ສຸດ, ກ່ອນອື່ນໝົດແມ່ນຕ້ອງສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ເສດຖະກິດລວມໝູ່ພັດທະນາຫຼາຍຮູບແບບ, ເປີດກ້ວາງຂອບຂະໜາດ, ຍົກສູງກຳລັງຄວາມສາມາດ ແລະ ກຳລັງແກ້ງແຍ່ງຂອງເສດຖະກິດລວມໝູ່. ຢາກເຮັດໄດ້ຄືແນວນັ້ນ, ຕ້ອງສ້າງກົນໄກນະໂຍບາຍທີ່ເໝາະສົມເພື່ອໜູນຊ່ວຍບັນດາຄອບຄົວທີ່ເຂົ້າຮ່ວມເສດຖະກິດສະຫະກອນ ຄືບຳລຸງສ້າງຊັບພະຍາກອນມະນຸດ ແລະ ພະນັກງານ…

ຕອບກັບ

ຂ່າວ/ບົດ​ອື່ນ