ສ້າງ​ເງື່ອ​ນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ການ​ສ້າງ​ລະ​ບອບ​ລະ​ບຽບ​ການໃຫ້​ສົມ​ບູນ​ແບບ ແລະ ​ປະ​ຕິ​ບັດ​ກົດ​ໝາຍ

(VOVWORLD) -ຕອນຄ່ຳວັນທີ 29 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມດ້ວຍຫົວເລື່ອງ ສ້າງກົດໝາຍ ເດືອນມິຖຸນາ 2021 ດ້ວຍການຕັດສິນສຳຄັນຫຼາຍຢ່າງ, ທີ່ມີລັກສະນະບຸກທະລຸ.
ສ້າງ​ເງື່ອ​ນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ການ​ສ້າງ​ລະ​ບອບ​ລະ​ບຽບ​ການໃຫ້​ສົມ​ບູນ​ແບບ ແລະ ​ປະ​ຕິ​ບັດ​ກົດ​ໝາຍ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການປ່ຽນແປງໃໝ່, ສ້າງລະບອບລະບຽບການໃຫ້ສົມບູນແບບ ແມ່ນໜຶ່ງໃນ 3 ຂອບບຸກທະລຸຍຸດທະສາດໃນການກຳນົດໃນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການຕ້ອງກຳນົດວ່ານີ້ແມ່ນໜ້າທີ່ຈຸດສຸມ, ຕ້ອງສຸມໃສ່ລົງທຶນເຂົ້າບັນດາແຫຼ່ງກຳລັງເພື່ອຄວບຄຸມຄວາມຄືບໜ້າໃນການກໍ່ສ້າງ, ປະກາດໃຊ້, ຍົກສູງຄຸນນະພາບເອກະສານນິຕິກຳ. ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງຕ້ອງມີຄວາມສົນໃຈເປັນພິເສດຕໍ່ການລົງທຶນພື້ນຖານສັດຖຸ, ງົບປະມານໃຫ້ແທດເໝາະ ແລະ ຕ້ອງໃຫ້ບຸລິມະສິດ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການສ້າງລະບອບລະບຽບການໃຫ້ສົມບູນແບບ ແລະ ປະຕິບັດກົດໝາຍ.

ປະກອບຄຳເຫັນໃສ່ຮ່າງມະຕິຂອງລັດຖະບານວ່າດ້ວຍການປະຕິບັດນະໂຍບາຍໜູນຊ່ວຍຜູ້ອອກແຮງງານ, ຜູ້ນຳໃຊ້ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສືບຕໍ່ຄົ້ນຄ້ວາ, ກວດກາຄືນເພື່ອຮັບປະກັນນະໂຍບາຍໜູນຊ່ວຍຢ່າງທັນການ ມີປະສິດທິຜົນ, ຖືກກັບເປົ້າໝາຍ, ເປີດເຜີຍ, ໂປງໃສ, ຍຸຕິທຳ, ຕອບສະໜອງໄດ້ຕາມຄວາມມຸ່ງຫວັງຂອງປະຊາຊົນສ່ວນຫຼາຍ ແລະ ຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ