ສ້າງເງື່ອນໄຂສະດວກເພື່ອໃຫ້ສື່ມວນຊົນພັດທະນາ

ສ້າງເງື່ອນໄຂສະດວກເພື່ອໃຫ້ສື່ມວນຊົນພັດທະນາ - ảnh 1
ພາບປະກອບຈາກVTV.VN

(vovworld) – ທີ່​ວາລະ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົ​ດໝາຍວ່າ​ດ້ວຍ​ສື່​ມວນ​ຊົນ (ສະບັບ​ປັບປຸງ) ​ຈັດ​ຕັ້​ງ​ໃນ​ຕອນ​ບ່າຍ​ວັນ​ທີ 21/3, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ຕີ​ລາຄາ​ສູງ​ການ​ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ ​ໂດຍ​ອີງ​ໃສ່​ເນື້ອ​ໃນຈິດ​ໃຈ​ເຊີດ​ຊູ​ບົດບາດ​ຂອງ​ສື່​ມວນ​ຊົນ. ຮ່າງ​ກົດໝາຍ​ລວມມີ 6 ພາກ, 62 ມາດຕາ ​ໄດ້​ສະ​ແດງ​​ໃຫ້​ເຫັນບັນດາ​ບັນຫາ​ພື້ນຖານ​, ຈຳ​ເປັນ​ທີ່ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ສື່​ມວນ​ຊົນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ໃຫ້​ສື່ມວນ​ຊົນ​ປະຕິບັດ ​ແລະ ສຳ​ເລັດ​ໜ້າ​ທີ່​​ໂດຍ​ລັດ​ມອບ​ໝາຍ​ໃຫ້, ລັດ​ຕ້ອງ​ມີ​ຫຼາຍ​ນະ​ໂຍບາຍ​ບຸລິມະສິດ​ໃຫ້​ແກ່​ກາ​ນ​ເຄື່ອ​ນ​ໄຫວ​ສື່ມວນ​ຊົນ, ຮັບປະກັນ​ສິດ​ຂອງ​ສື່​ມວນ​ຊົນ​ໄດ້​ສຳ​ພັດ​ກັບ​ແຫຼ່ງຂ່າວ, ສະ​ເໜີ​ພິຈາລະ​ນາ​, ​ເພ່ີມ​ເຕີມ​ບັນດາ​ການ​ກະທຳ​ກໍ່​ຄວາມ​ກີດ​ຂວາງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ສື່​ມວນ​ຊົນ.

        ຕໍ່ໜ້າ​ການ​ພັດທະນາ​ຢ່າງ​ວ່ອງ​ໄວຂອງ​ສື່ສານ​ໂລກ, ປະຈຸ​ບັນ, ສື່​ມວນ​ຊົນ​ແບບ​ເກົ່າ​ພວມ​ປະ​ເຊີນ​ໜ້າກຳລັງ​ແກ່ງ​ແຍ້​ງອັນ​ໃຫຍ່​ຫຼວງ​ຈາກ​​ເຄືອ​ຂ່າຍ​ສື່​ສັງຄົມ. ບັນດາ​ອົງການ​ສື່ມວນ​ຊົນ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ການ​ເງິນ. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ (ສະບັບ​ປັບປຸງ) ​ຄັ້ງ​ນີ້​ຕ​້ອງ​ໄດ້​ຮັບ​ການ​ສ້າງ​​ໂດຍ​ອີງ​ໃສ່​ສະພາບ​ຕົວ​ຈິງ. ທ່ານ​ນາງ ດ່ວານ​ຫງວຽນ​ທູ່​ຍຈາງ, ສສຊ ນະຄອນ ​ໂຮ່ຈີ​ມິນ, ປະກອບ​ຄຳ​ເຫັນ​ວ່າ:

        “ດ້ວຍ​ການ​ປັບປຸງ​ຄັ້ງ​ນີ້, ບັນດາ​ອົງການ​ສື່ມວນ​ຊົນ​ຫວັງ​ວ່າ: ລັດ​ຈະ​ສ້າ​ງ​ເງື່ອນ​ໄຂ​ໃຫ້​​ແກ່​ສື່​ມວນ​ຊົນ​ພັດທະນາບໍ່​ພຽງ​ແຕ່​ດ້ວຍ​ການ​ເກື້ອ​ກຸນ​ເທົ່າ​ນັ້ນ ຫາກ​ດ້ວຍ​ກົນ​ໄກ​ເພື່ອ​ໃຫ້​ອົງການ​ສື່​ມວນ​ຊົນ​ເປັນ​ເຈົ້າ​ ​ແລະ ຂະຫຍັນ​ຂັນ​ເຄື່ອນ​ເພື່ອ​ສ້າງ​ລາຍ​ຮັບ. ບັນດາ​ຮູບ​ການ​ສ້າງ​​ແຫຼ່ງລາຍ​ຮັບ​ໃຫ້​ແກ່​ອົງການ​ສື່ມວນ​ຊົນ​ຕ້ອງ​ມີ​ຂໍ້​ກຳນົ​ດ​ເປີດ ​ເໝາະ​ສົມ​ກັບ​ການ​ພັດທະນາ​ຢ່າງ​ແຮງຂອງ​ເຕັກ​ໂນ​ໂລ​ຢີສື່ສານ ​ແລະ ​ເສດຖະກິດ​ການ​ຕະຫຼາດ.”

ຂ່າວ/ບົດ​ອື່ນ