ສ້າງເງື່ອນໄຂໃຫ້ຄົນພິການໄດ້ຊົມໃຊ້ບັນດານະໂຍບາຍຂອງລັດຢ່າງຄົບຖ້ວນ

(VOVWORLD) -“ນະໂຍບາຍ, ການແກ້ໄຂສິນເຊື່ອພັດທະນາການາສອນວິຊາຊີບ, ສ້າງວຽກເຮັດງານທຳ ແລະ ແນະນຳຜະລິດຕະພັນຂອງຄົນພິການ”.

ສ້າງເງື່ອນໄຂໃຫ້ຄົນພິການໄດ້ຊົມໃຊ້ບັນດານະໂຍບາຍຂອງລັດຢ່າງຄົບຖ້ວນ - ảnh 1 ບັນຍາກາດກອງປະຊຸມສໍາມະນາ

(ພາບ: Duc Dung/BNEWS/TTXVN)

ວັນທີ 12 ເມສາ, ທີ່ນະຄອນຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງເຄາະ ແລະ ສັງຄົມ ໄດ້ສົມທົບກັບທະນາຄານນະໂຍບາຍສັງຄົມຫວຽດນາມ ແລະ ກອງທຶນ Nippon ຂອງຍີ່ປຸ່ນ (The Nippon Foundation) ຈັດຕັ້ງກອງປະຊຸມສຳມະນາ ດ້ວຍຫົວຂໍ້ວ່າ “ນະໂຍບາຍ, ການແກ້ໄຂສິນເຊື່ອພັດທະນາການາສອນວິຊາຊີບ, ສ້າງວຽກເຮັດງານທຳ ແລະ ແນະນຳຜະລິດຕະພັນຂອງຄົນພິການ”.

        ບັນດາຜູ້ແທນເຂົ້າຮ່ວມຖືວ່າ ໃນໄລຍະ 03 ປີຜ່ານມາ, ວຽກງານການໜູນຊ່ວຍການສອນວິຊາຊີບ ແລະ ສ້າງວຽກເຮັດງານທຳຕໍ່ຄົນພິການໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເພື່ອໃຫ້ຄົນພິການ, ວິສາຫະກິດຜະລິດ ຫຼືບໍລິສັດທີ່ນຳໃຊ້ຄົນງານເປັນຄົນພິການສາມາດພັດທະນາດ້ານເສດຖະກິດ, ສ້າງວຽກເຮັດງານທຳ, ຍົກສູງແຫຼ່ງລາຍຮັບ, ຊີວິດການເປັນຢູ່ເປັນປົກກະຕິ, ບັນດາຜູ້ແທນເຂົ້າຮ່ວມໄດ້ສະເໜີມາຍັງລັດຖະບານຫວຽດນາມ ສືບຕໍ່ພິຈາລະນາ, ສຳເລັດເອກະສານທາງດ້ານນິຕິກຳທີ່ກ່ຽວຂ້ອງເຖິງຄົນພິການໃຫ້ສົມບູນແບບ ແລະ ຈັດແຈງແຫຼ່ງທຶນສະເພາະສຳລັບຄົນພິການ ແລະ ວິສາຫະກິດຜະລິດ, ດຳເນີນທຸລະກິດທີ່ນຳໃຊ້ຄົນງານເປັນຄົນພິການ ໄດ້ກູ້ຢືມເງິນບຸລິມະສິດ ແລະ ຊົມໃຊ້ບັນດານະໂຍບາຍຂອງລັດ;

        ຢູ່ນອກບັນດາລາຍການກອງປະຊຸມສຳມະນາແລ້ວ, ຍັງມີຮ້ານວາງສະແດງຜະລິດຕະພັນ, ບໍລິການຂອງຄົນພິການຫຼາຍຮ້ານ. ພ້ອມກັນນັ້ນ, ເຂົາເຈົ້າຍັງໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆຄື ການພົບປະແລກປ່ຽນບົດຮຽນ, ສຳຜັດກັບບັນດາຂໍ້ມູນຂ່າວສານແນະນຳວຽກເຮັດງານທຳ, ສອນວິຊາຊີບ, ບໍລິການດ້ານການເງິນ, ທະນາຄານ, ປະກັນໄພ ແລະ ອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ