ສ້າງ​ເຮືອນ​ຢູ່​ສັງ​ຄົມ​ ຢ່າງ​ໜ້ອຍ​ສຸດ 1 ລ້ານຫຼັງ ໃຫ້​​ເປົ້າ​ໝາຍ​ທີ່​ມີ​ລາຍ​ຮັບ​ຕ່ຳ, ກຳ​ມະ​ກອນ​ເຂດ​ອຸດ​ສາ​ຫະ​ກຳ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ສຸມໃສ່ຊີ້ນຳ ແລະ ປະຕິບັດໜ້າທີ່, ມາດຕະການໃຫ້ເປັນຢ່າງດີ, ປັບປຸງລະບົບກົດໝາຍກ່ຽວຂ້ອງເຖິງການພັດທະນາ ແລະ ຄຸ້ມຄອງເຮືອນຢູ່ສັງຄົມ, ເຮືອນຢູ່ກຳມະກອນ, ເຮືອນຢູ່ໃຫ້ແກ່ຜູ້ມີລາຍຮັບຕ່ຳໃຫ້ສົມບູນແບບ, ເອົາໃຈໃສ່ບັນຫາເຮືອນຢູ່ຂອງນັກຊ່ຽວຊານ, ນັກວິທະຍາສາດຢູ່ເຂດອຸດສາຫະກຳ, ເຂດເຕັກໂນໂລຢີສູງ. 
ສ້າງ​ເຮືອນ​ຢູ່​ສັງ​ຄົມ​ ຢ່າງ​ໜ້ອຍ​ສຸດ 1 ລ້ານຫຼັງ ໃຫ້​​ເປົ້າ​ໝາຍ​ທີ່​ມີ​ລາຍ​ຮັບ​ຕ່ຳ, ກຳ​ມະ​ກອນ​ເຂດ​ອຸດ​ສາ​ຫະ​ກຳ - ảnh 1ເຮືອນຢູ່ສັງຄົມ ຢູ່ ບິ່ງເຢືອງ (ພາບ: TTXVN)

ວັນທີ 10 ສິງຫາ, ຫ້ອງວ່າການລັດຖະບານໄດ້ປະກາດໃຊ້ແຈ້ງການກ່ຽວກັບບົດການການສະຫຼຸບຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນກອງປະຊຸມແບບທາງໄກ ຊຸກຍູ້ການພັດທະນາເຮືອນຢູ່ສັງຄົມໃຫ້ແກ່ກຳມະກອນ, ຜູ້ທີ່ມີລາຍຮັບຕ່ຳ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ສຸມໃສ່ຊີ້ນຳ ແລະ ປະຕິບັດໜ້າທີ່, ມາດຕະການໃຫ້ເປັນຢ່າງດີ, ປັບປຸງລະບົບກົດໝາຍກ່ຽວຂ້ອງເຖິງການພັດທະນາ ແລະ ຄຸ້ມຄອງເຮືອນຢູ່ສັງຄົມ, ເຮືອນຢູ່ກຳມະກອນ, ເຮືອນຢູ່ໃຫ້ແກ່ຜູ້ມີລາຍຮັບຕ່ຳໃຫ້ສົມບູນແບບ, ເອົາໃຈໃສ່ບັນຫາເຮືອນຢູ່ຂອງນັກຊ່ຽວຊານ, ນັກວິທະຍາສາດຢູ່ເຂດອຸດສາຫະກຳ, ເຂດເຕັກໂນໂລຢີສູງ. ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງຕ້ອງຍົກອອກບັນດາຄາດໝາຍພັດທະນາເຮືອນຢູ່, ພິເສດແມ່ນຄາດໝາຍພັດທະນາເຮືອນຢູ່ສັງຄົມ, ເຮືອນຢູ່ໃຫ້ແກ່ກຳມະກອນເຂົ້າໃນແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ ແລະ ປະຈຳປີ… ໃນໄລຍະແຕ່ນີ້ຮອດປີ 2030, ໃນທົ່ວປະເທດປະຕິບັດການລົງທຶນກໍ່ສ້າງເຮືອນຢູ່ສັງຄົມຢ່າງໜ້ອຍສຸດແມ່ນ 1 ລ້ານຫຼັງ ໃຫ້ສຳເລັດເພື່ອມອບໃຫ້ແກ່ຜູ້ມີລາຍຮັບຕ່ຳ ແລະ ກຳມະກອນເຂດອຸດສາຫະກຳ.

       


ຕອບກັບ

ຂ່າວ/ບົດ​ອື່ນ