ສ້າງແຂວງ ຢາລາຍ ໃຫ້ກາຍເປັນກຳລັງໜູນໃນເຂດສາມລ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ

(VOVWORLD) -  ວັນທີ 16 ກໍລະກົດ, ຄະນະກຳມະການປະຊາຊົນແຂວງ ຢາລາຍ ໄດ້ສົ່ງເສີມການວາງ “ແຜນກຳນົດແຂວງ ຢາລາຍ ໄລຍະປີ 2021 – 2030, ວິໄສທັດຮອດປີ 2050”, ພາຍຫລັງທ່ານນາຍົກລັດຖະມົນຕີ ຫວຽດນາມ ປະກາດໃຊ້ຂໍ້ຕົກລົງວ່າດ້ວຍການອະນຸມັດຜ່ານໜ້າທີ່. 

ໜຶ່ງໃນບັນດາຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ ໃຫ້ແກ່ການວາງແຜນກຳນົດ ນັ້ນແມ່ນສ້າງແຂວງ ຢາລາຍ ໃຫ້ກາຍເປັນກຳລັງໜູນ ໃນເຂດສາມລ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ.

ສ້າງແຂວງ ຢາລາຍ  ໃຫ້ກາຍເປັນກຳລັງໜູນໃນເຂດສາມລ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ - ảnh 1ນະຄອນ ເປຼກູ ແຂວງ ຢາລາຍ (ພາບ: baogialai.com.vn)

        ເລື່ອງວາງແຜນກຳນົດດ້ວຍວິໄສທັດຮອດປີ 2050, ຈະຊ່ວຍໃຫ້ແຂວງ ຢາລາຍ ລະດົມບັນດາແຫຼ່ງກຳລັງຂອງຕົນຢ່າງມີປະສິດທິຜົນ, ເຊື່ອມຕໍ່ບັນດາແຫຼ່ງກຳລັງຢູ່ພາຍໃນປະເທດ ແລະ ຕ່າງປະເທດຢ່າງມີປະສິດທິຜົນ ເພື່ອພັດທະນາເສດຖະກິດແບບຍືນຍົງ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງຮອບດ້ານ, ປົກປັກຮັກສາສິ່ງແວດລ້ອມໃຫ້ເປັນຢ່າງດີ, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຮັກສາອະທິປະໄຕຊາຍແດນໄວ້ໃຫ້ໝັ້ນຄົງ. ຜ່ານນັ້ນ, ສ້າງແຂວງ ຢາລາຍ ໃຫ້ກາຍເປັນໃຈກາງເຂດໄຕງວຽນທາງທິດເໜືອ ແລະ ເປັນກຳລັງໜູນໃນເຂດສາມລ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ; ສ້າງນະຄອນ ເປຼກູ ແມ່ນໜຶ່ງໃນບັນດາຕົວເມືອງແກ່ນສານໃນເຂດສາມລ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ ຕາມທິດຕົວເມືອງອັດສະລິຍະ.

ຕອບກັບ

ຂ່າວ/ບົດ​ອື່ນ