ສ້າງແບບຢ່າງຊາວໜຸ່ມໄລຍະໃໝ່ມຸ່ງໄປເຖິງຄຸນນະທາດຂອງ“ພົນລະເມືອງ ທົ່ວໂລກ”

ສ້າງແບບຢ່າງຊາວໜຸ່ມໄລຍະໃໝ່ມຸ່ງໄປເຖິງຄຸນນະທາດຂອງ“ພົນລະເມືອງ ທົ່ວໂລກ” - ảnh 1
ການ​ໂອ້​ລົມ​ສົນທະນາ “ສ້າງ​ແບບຢ່າງ​ຊາວ​ໜຸ່ມ​ໄລຍະ​ໃໝ່
​ມຸ່ງ​ໄປ​ເຖິງຄຸນ​ນະ​ທາດ​ຂອງ “ພົນລະ​ເມືອງ​ທົ່ວ​ໂລກ”
(ພາບ: TTXVN)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 04/01, ຢູ່ ຮ່າ​ໂນ້ຍ ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ, ​ຊາວ​ໜຸ່ມ​ກຸ່ມ​ບັນດາ​ອົງການ​​ສູນ​ກາງ, ຊາວ​ໜຸ່ມ​ສຳນັກ​ຂ່າວສານ ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ “ສ້າງ​ແບບຢ່າງ​ຊາວ​ໜຸ່ມ​ໄລຍະ​ໃໝ່​ມຸ່ງ​ໄປ​ເຖິງຄຸນ​ນະ​ທາດ​ຂອງ “ພົນລະ​ເມືອງ​ທົ່ວ​ໂລກ”. ທີ່​ການ​ໂອ້​ລົມ​ສົນທະນາ, ບັນດາ​ຜູ້​ແທນ​ແບ່ງປັນ​ບົດ​ຮຽນ ​ແລະ ສະ​ເໜີຕໍ່​ບັນດາອົງການ​ຄຸ້ມ​ຄອງ ​ເພື່ອ​ແນ​​ໃສ່​ສ້າງ​ກົນ​ໄກ ​ແລະ ​ເງື່ອນ​ໄຂ​ດີ​ທີ່ສຸດ ​ເພື່ອ​ແນ​ໃສ່​ສ້າງ​ຊາວ​ໜຸ່ມ​ໄລຍະ​ໃໝ່​​ໃຫ້ມີ​ຄຸນ​ນະ​ທາດຂອງ “ພົນລະ​ເມືອງ​ທົ່ວ​​ໂລກ”. ​ເມື່ອ​ແບ່ງປັນ​ກັບ​ບັນດາ​ຜູ້​ແທນ​ຊາວ​ໜຸ່ມ​ທີ່​ການ​ໂອ້​ລົມ​ສົນທະນາ, ອະດີດ​ຮອງ​ນາຍົກລັດຖະ ມົນຕີ ຫວູຄວານ ຖື​ວ່າ ​ເສດຖະກິດ​ການ​ຕະຫລາດ ​ແລະ ​ການເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ​ມີ​ຜົນ​ກະທົບ​​ເຖິງ​ເສດຖະກິດ, ການ​ເມືອງ, ສັງຄົມ, ວັດທະນະທຳ…​ຂອງ​ແຕ່​ລະ​ຊົ​ນຊາດ, ປະ​ເທດ, ປະຊາຊົນ ພິ​ເສດ​ແມ່ນ​ໄວ​ໜຸ່ມ. ຊາວ​ໜຸ່ມ ຫວຽດນາມ ອອກ​ສູ່​ໂລກ​ຕ້ອງ​ມີຖານະ, ຄຸ​ນນະ​ທາດ, ​ຄວາມ​ເຂົ້າ​ໃຈ, ຄວາມ​ຮູ້, ການ​ປະພຶດ​ມີ​ວັດທະນະທຳ​ກັບ​ເພື່ອນ​ມິດສາ​ກົນ. ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​ການຊອກ​ຮູ້, ຮ່ຳຮຽນ​ບັນດາ​ສິ່ງ​ຍອດ​ຢ້ຽມ​ຂອງ​ໂລກ, ພ້ອມ​ກັນ​ນັ້ນ ຕ້ອງ​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊາດ. ອະດີດ​ຮອງ​ນາຍົກລັດຖະ ມົນຕີ ຫວູຄວານ ​ເນັ້ນ​ໜັກ​ວ່າ:

        “​ຂ້າພະ​ເຈົ້າ​ຖື​ວ່າ ​ເມື່ອອອກ​ສູ່​ໂລກພວກ​ເຮົາ​ຕ້ອງ​ມີ​ຄວາມ​ເຂົ້າ​ໃຈ​ໃຫ້​ຫລາຍ​ທີ່​ສຸດ. ຖ້າ​ຢູ່​ໃນ​ປະ​ເທດ​ເຮົາ​ຮູ້ອັນ​ໜຶ່ງ ​ເມື່ອ​ອອກ​ສູ່​ຕ່າງປະ​ເທດ​ຕ້ອງ​ຮູ້​ຫລາຍ​ກ່ວາທົບ​ຮ້ອຍ​ເທົ່າ. ຄວາມ​ຮູ້​ຢູ່​ທີ່​ນີ້ມີ​ຫລາຍ​ດ້ານ,ຄື​ຄວາມ​ຮູ້​ດ້ານ​ເສດຖະກິດ​ໂລກ​ແມ່ນ​ມັນ​ເປັນ​ແນວ​ໃດ, ພວມ​ເຄື່ອນ​ໄຫວ​ຄືແນວ​ໃດ. ທີ 2 ​ແມ່ນ​ຄວາມ​ຮູ້​ກ່ຽວ​ກັບ​ພື້ນຖານ​ການ​ເມືອງ​​ແມ່ນ​ຄືແນວ​ໃດ, ​ແລະ ທີ 3 ​ແມ່ນ​ຮູ້​ກະຕິ​ກາ​​ເປັນ​​ແນວ​ໃດ. ສຸດ​ທ້າຍ​ສິ່ງສຳຄັນ​ທີ່​ສຸດ​ແມ່ນ​ຄວາມ​ຮູ້​ດ້ານ​ວັດທະນະທຳ​ຂອງ​ໂລກ. ນັ້ນ​ແມ່ນ​ປັດ​ໃຈ​ສຳຄັນ​ທີ່​ສຸດ, ຕັດສິນ​ທຸກ​​ໄຊຊະນະ.

 

 

ຂ່າວ/ບົດ​ອື່ນ