ສ້າງ​ແຜນ​ຜັງ​ນະ​ຄອນຫຼວງ ຕ້ອງ​ມີ​ແບບ​ແຜນ, ວິ​ທະ​ຍາ​ສາດ, ຮັບ​ປະ​ກັນ​ຄວາມ​ເປັນ​ເອ​ກະ​ພາບ, ຄົບ​ຊຸດ

(VOVWORLD) -ຕອນເຊົ້າວັນທີ 09 ມີນາ, ຢູ່ ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມການເຮັດວຽກຂອງ ຄະນະຕິດຕາມກວດກາຂອງສະພາແຫ່ງຊາດ ດ້ວຍຫົວເລື່ອງ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານວາງແຜນຜັງ ນັບແຕ່ເມື່ອກົດໝາຍວ່າດ້ວຍການວາງແຜນຜັງມີຜົນສັກສິດ” ກັບນະຄອນ ຮ່າໂນ້ຍ.
ສ້າງ​ແຜນ​ຜັງ​ນະ​ຄອນຫຼວງ ຕ້ອງ​ມີ​ແບບ​ແຜນ, ວິ​ທະ​ຍາ​ສາດ, ຮັບ​ປະ​ກັນ​ຄວາມ​ເປັນ​ເອ​ກະ​ພາບ, ຄົບ​ຊຸດ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

    ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ, ຫົວໜ້າຄະນະຕິດຕາມກວດກາ, ໄດ້ຕີລາຄາສູງວ່າ ນະຄອນ ຮ່າໂນ້ຍ ປະຕິບັດວຽກງານໄດ້ຈຳນວນຫຼາຍ, ພົ້ນເດັ່ນແມ່ນ ການສ້າງ ແລະ ກວດກາແຜນຜັງແຫ່ງຊາດ ແລະ ແຜນຜັນເຂດ ໄລຍະ 2021 – 2030; ປະຕິບັດການດັດປັບແຜນຜັງໄລຍະ 2011 – 2021 ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ; ກວດກາ 18 ແຜນຜັງນຳໃຊ້ທີ່ດິນຂອງ 18 ເມືອງ ໄລຍະ 2021 – 2030 ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍທີ່ດິນ…

        ທີ່ການເຮັດວຽກ, ມີຜູ້ແທນບາງທ່ານໄດ້ສະເໜີວ່າ ນະຄອນຮ່າໂນ້ຍ ຕ້ອງຮັບປະກັນຄຸນນະພາບຂອງການວາງແຜນຜັງ ແລະ ລັກສະນະສືບທອດໃນສະພາບການທີ່ມີຄວາມຈຳກັດກ່ຽວກັບເວລາ, ຕ້ອງຖືຄຸນນະພາບຂອງອົງການໃຫ້ຄຳປຶກສາໃນການວາງແຜນຜັງ ແລະ ຄຸນນະພາບຂອງອົງການກວດກາ ກໍຄືການພິຈາລະນາຂໍຄຳເຫັນຈາກຊຸມຊົນ, ວົງຄະນະຍາດໃນການວາງແຜນຜັງ.

ຕອບກັບ

ຂ່າວ/ບົດ​ອື່ນ