ສ້າງແຜນຮ່າງປະຕິບັດວິວັດການກ້າວ ໄປເຖິງການປະກັນສຸຂະພາບທົ່ວປວງຊົນ

ສ້າງແຜນຮ່າງປະຕິບັດວິວັດການກ້າວ ໄປເຖິງການປະກັນສຸຂະພາບທົ່ວປວງຊົນ - ảnh 1
( ພາບປະກອບ )

(vovworld) - ວັນ​ທີ 2/8, ກະຊວງ​ສາທາລະນະ​ສຸກ ​ໄດ້​ຈັດຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ສ້າງ​ແຜນ​ຮ່າງ​ປະຕິບັດ​ວິວັດ​ການ​ກ້າວ​ໄປ​ເຖິງ​ການ​ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ​ໄລຍະ 2012 – 2015 ​ແລະ 2020” ດ້ວຍ​ການ​ເຂົ້າຮ່ວມຂອງ​ຜູ້​ຕ່າງ​ໜ້າ​ບັນດາ​ໂຮງໝໍ, ບັນດາ​ກະຊວງ, ຂະ​ແໜງ​ການ, ພະ​ແນກສາທາລະນະ​ສຸກ ​ແລະ ​ປະກັນ​ໄພ​ສັງຄົມ​ຢູ່​ບັນດາ​ແຂວງ, ນະຄອນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ Nguyen Thi Kim Tien ​ໄດ້ຢືນຢັນ​ວ່າ: ປະຕິບັດ​ການປະກັນສຸຂະພາບທົ່ວ​ປວງ​ຊົນ​ແມ່ນ​ສ້າງ​ກົນ​ໄກ​ການ​ເງິນ​ ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ຮັບປະກັນ​ໃຫ້​ປະຊາຊົນ​ທຸກ​ຄົນ​ລ້ວນ​ແຕ່​ໄດ້​ສຳ​ພັດ​ກັບ​ບັນດາ​ການ​ບໍລິການ​ເບິ່ງ​ແຍງ, ດູ​ແລ​ສຸຂະພາບ​ທີ່ເປັນ​ພື້ນຖານ ​ຫາກບໍ່​ອີ່​ງ​ໃສ່ຄວາມ​ສະມາດ​ຈ່າຍ​​ເງິນ​ຂອງ​ປະຊາຊົນ. ທ່ານ​ນາງ​ລັດຖະມົນຕີ​ກໍໄດ້​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​​ຜ່ານ​ມາ, ການ​ໂຄສະນາ​ກ່ຽວ​ກັບ​ປະກັນ​ສຸຂະພາບ ຍັງ​ບໍ່​ທັນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​​ເທົ່າ​ທີ່​ຄວນ ​ແລະ ຍັງ​ບໍ່​ທັງ​​ໂຄສະນາ​​ໄດ້​ລັກສະ​ນະວັດທະນະທຳມະນຸດຂອງ​ປະກັນ​ສຸຂະພາບ ​ໃນ​ການ​ແບ​ງ​ປັ່ນ​ລະ​ຫວ່າງຜູ້​ແຂງ​ແຮງ​ກັບຄົນ​ເຈັບ ​ແລະ ຫຼີກ​ລ້ຽງ​ຄວາມ​ສຽງ​ດ້ານ​ການເງິນ​ເມື່ອ​ເປັນພະຍາດ, ​ພິ​ເສດແມ່ນ​ສຳ​ຫຼັບ​ຄົນ​ທຸກ​ຍາກ. ລັດ​ຈະມີ​ການ​ໜູນ​ຊ່ວຍທີ່​ຈຳ​ເປັນໃຫ້​ບັນດາຄອບຄົວ​ໃກ້ຈະທຸກ​ຍາກ ​ແລະ ທຸກ​ຍາກ. ​ເລື່ອງ​ສືບ​ຕໍ່​ເປີດ​ກວ້າງ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ກຸ່ມ​ເປົ້າ​ໝາຍ​ນີ້ ຮຽກຮ້ອງ​ໃຫ້ມີການ​ສົບ​ທົບ​ກັນ​ລະຫວ່າງ​ຂະ​ແໜງຕ່າງໆ ຢ່າງ​ແໜ້ນ​ແຟ້ນ​ໃນ​ວຽກ​ງາ​ນ​ແນະນຳ, ກວດກາ, ຕິດຕາມ​ກວດກາ​ ການ​ປະຕິບັດນະ​ໂຍບາຍ​ປະກັນ​ສຸຂະພາບ ​ແລະ ຈັດ​ຕັ້ງ​ການ​ປະຕິບັດບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ສັງຄົມ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ