(ພາບປະກອບ: google.com.vn)
(vovworld) - ຕອນເຊົ້າວັນທີ 28/11, ຢູ່ ຮ່າໂນ້ຍ, ສະຫະພັນແມ່ຍິງຫວຽດນາມສົມທົບກັບບັນດາກະຊວງ, ຂະແໜງການຕ່າງໆ ຈັດຕັ້ງກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນດ ແລະ ສະຫຼຸບ 3 ປີ ແຫ່ງການປະຕິບັດແຜນຮ່າງ ”ໂຄສະນາ, ສຶກສາຄຸນນະທາດ ຄຸນສົມບັດຂອງແມ່ຍິງຫວຽດນາມ ໃນໄລຍະຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ” ແລະ ແຜນຮ່າງ ”ສຶກສາຜູ້ເປັນແມ່ 5 ລ້ານຄົນລ້ຽງລູກໄດ້ດີ” (ໄລຍະ 2010 – 2015) ນີ້ແມ່ນ 2 ແຜນຮ່າງທີ່ມີຄວາມໝາຍສຳຄັນ ຊ່ວຍໃຫ້ສະມາຄົມແມ່ຍິງທຸກຂັ້ນ ແລະ ບັນດາຂະແໜງທີ່ກ່ຽວຂ້ອງຈັດຕັ້ງການເຄື່ອນໄຫວຕ່າງໆ, ປະກອບສ່ວນຢ່າງແທດຈິງເຂົ້າໃນການສ້າງແຫຼ່ງຊັບພະຍາກອນຍິງ ແລະ ລຸ້ນໜຸ່ມເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂອງໄລຍະຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ. ບັນດາແຜນຮ່າງວາງຄາດໝາຍເຖິງປີ 2015, ມີກວ່າ 70% ຈຳນວນແມ່ຍິງ ແລະ 90% ຈະນວນສະມາຊິກແມ່ຍິງ, ຊາວໜຸ່ມ, ພະນັກງານຍິງໄດ້ຮັບການໂຄສະນາກ່ຽວກັບຄຸນນະທາດ, ຄຸນສົມບັດຂອງແມ່ຍິງຫວຽດນາມ ໃນໄລຍະຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.