ສ້າງໂຄງປະກອບການລົງທຶນແຫ່ງລັດຄືນໃໝ່ໃນຂອບເຂດປ່ຽນໃໝ່ຮູບແບບເຕີບໂຕ

ສ້າງໂຄງປະກອບການລົງທຶນແຫ່ງລັດຄືນໃໝ່ໃນຂອບເຂດປ່ຽນໃໝ່ຮູບແບບເຕີບໂຕ - ảnh 1
ກອງ​ປະ​ຊຸມ​ສ​ຳ​ມະ​ນາ​ມາດ​ຕະ​ການ​ສ້າງ​ໂຄງ​ປະ​ກອບ​
ການ​ລົງ​ທຶນ​ແຫ່ງ​ລັດ​ຄືນ​ໃໝ່​ໃນ​ຂອບ​ເຂດ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ


(vovworld) –  ​ຕອນ​ເຊົ້າ​ວັນ​ທີ 7/11, ຢູ່​ຮ່າ​ໂນ້ຍ, ສະ​ຖານ​ບັນ​ຄົ້ນ​ຄ້​ວາ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສ​ຳ​ມະ​ນາ​ມາດ​ຕະ​ການ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ແຫ່ງ​ລັດ​ຄືນ​ໃໝ່​ໃນ​ຂອບ​ເຂດ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ.

        ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ຊ່ຽວ​ຊານ ຖື​ວ່າ: ການ​ລົງ​ທຶນ​ແຫ່ງ​ລັດ​ໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ກ້າວ​ເຂົ້າ​ສູ່​ຂອບ​ເຂດ​ເທື່ອ​ລະ​ກ້າວ. ປະ​ສິດ​ທິ​ຜົນ​ການ​ລົງ​ທຶນ​​ຄ່ອຍໆໄດ້​ຮັບ​ການປັບ​ປຸງ​. ດັດຊະນີປະ​ສິດ​ທິ​ຜົນ​ການ​ນຳ​ໃຊ້​ເງິນ​ລົງ​ທຶນ (ICOR) ທົ່ວ​ພື້ນ​ຖານ​ເສດ​ຖະ​ກິດ​ຫລຸດ​ລົງ​ແຕ່​ລະ​ກັບ 6,7 ໄລ​ຍະ 2008 – 2010 ລົງ​ເຫຼື​ອ​ພຽງ 5,53 ໃນ​ໄລ​ຍະ 2011 – 2013 ສະ​ແດ​ງ​ໃຫ້​ເຫັນ​ເລື່ອງ​ຜັນ​ຂະ​ຫຍາຍ​ເງິນ​ລົງ​ທຶນ​ພັດ​ທະ​ນາ​ຕາມ​ແຜນ​ການ​ໄລ​ຍະ​ກາງ ໄດ້​ຈຳ​ແນກ​ທຶນ​ຂອງ​ລັດ​​ໃນ​ເບື້ອງ​ຕົ້ນ​ມີ​ຈຸດ​ສຸມ, ປະ​ສິດ​ທິ​ຜົນ​ກ່​ວາ. ອັດຕາສ່ວນຍອດເງິ​ນ​ລົງ​ທຶນ​ພັດ​ທະ​ນາ​ທົ່ວ​ສັງ​ຄົມ​ເມື່ອ​ທ​ຽບ​ໃສ່ GDP ຄິດ​ສະ​ເລ່ຍ​ໄລ​ຍະ 2011 – 2013 ຕ່ຳ​ກ່​ວາ​ໄລ​ຍະ 2006 – 2011. ການ​ລົງ​ທຶນ​ຈາກ​ພາກ​ລັດ ປະ​ກອບ​ສ່ວນ​ພໍ​ສົມ​ຄວນ​ເຂົ້າ​ໃນ​ຍອດ​ເງິນ​ລົງ​ທຶນ​ຂອງ​ທົ່ວ​ສັງ​ຄົມ​ໃນ​ສະ​ພາບ​ການທີ່ຍອດ​ຄວາມ​ຕ້ອງ​ການ​ຫລຸດ​ລົງ, ການ​ລົງ​ທຶນ​ຈ​າກ​ບັນດາຂົງເຂດຕ່າງໆຫລຸດ​ລົງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຕາມ​ບັນ​ດາ​ນັກ​ຊ່ຽວ​ຊ​າ​ນ​ແລ້ວ, ເຖິງວ່າ​ສະ​ພາບ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ແຫ່ງ​ລັດ​ບັນ​ລຸ​ໄດ້​ການ​ຫັນ​ປ່ຽນ​ກໍ່​ຕາມ ແຕ່​ຍັງ​ຊັກ​ຊ້າ​ຢູ່, ສະ​ພາບ​ລົງ​ທຶນ​ຂາດ​ປະ​ສິດ​ທິ​ຜົນ, ການ​ລົງ​ທຶນ​ກະ​ແຈກ​ກະ​ຈາຍ​ຍັງ​ຄົງ​ຕົວຢູ່. ດັ່ງ​ນັ້ນ, ບັນ​ດາ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ສະ​ເໜີ​ມາດ​ຕະ​ກາ​ນ​ຊຸກ​ຍູ້​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ລົງ​ທຶນ​ແຫ່ງ​ລັດ​ຕິດ​ພັນ​ກັບ​ວິ​ວັດ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ຂອງ ຫວຽດ​ນາມ ໃນໄລ​ຍະ​ຈະ​ມາ​ເຖິງ.

 

 

ຂ່າວ/ບົດ​ອື່ນ