ສາຍພົວພັນ ຫວຽດນາມ ແລະ ອິນເດຍ ມີທີ່ຕັ້ງສຳຄັນແຖວໜ້າໃນການພົວພັນລະຫວ່າງ ອິນເດຍ ແລະ ອາຊຽນ

(VOVWORLD) - ໃນຕະຫຼອດ 25 ປີຜ່ານມາ, ສາຍພົວພັນ ອາຊຽນ - ອິນເດຍ ໄດ້ຮັບການພັດທະນາ ແລະ ເປີດກວ້າງໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ, ຄືຂົງເຂດ ການເມືອງ, ການພົວພັນທາງການທູດ, ຄວາມໝັ້ນຄົງ, ເສດຖະກິດ , ວັດທະນະທຳ, ສັງຄົມ.
ສາຍພົວພັນ ຫວຽດນາມ ແລະ ອິນເດຍ ມີທີ່ຕັ້ງສຳຄັນແຖວໜ້າໃນການພົວພັນລະຫວ່າງ ອິນເດຍ ແລະ ອາຊຽນ - ảnh 1 ທ່ານ ເອກອັກຄະລັດຖະທູດ ໂຕນຊີງແທ່ງ ຕອບສຳພາດຕໍ່ນັກຂ່າວ (ພາບ: TTXVN) 

ກ່ອນການຢ້ຽມຢາມ ອິນເດຍ ຂອງທ່ານ ຫງວຽນຊວນຟຸ໋ກ ນາຍົກລັດຖະມົນຕີ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມຂັ້ນສູງສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນຄູ່ເຈລະຈາລະຫວ່າງ ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) - ອິນເດຍຄົບຮອບ 25 ປີ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງສາທາລະນະລັດ ອິນເດຍ ຄົບຮອບ 69 ປີ, ທ່ານ ໂຕນຊີງແທ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບສາຍພົວພັນລະຫວ່າງ ອາຊຽນ ແລະ ອິນເດຍ ໃນຕະຫຼອດ 25 ປີຜ່ານມາກໍ່ຄືຄວາມໝາຍການຢ້ຽມຢາມ ອິນເດຍ ຂອງທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ຄັ້ງນີ້ (ແຕ່ວັນທີ 24 – 26 ມັງກອນ 2018).

        ທ່ານ ເອກອັກຄະລັດຖະທູດ ໂຕນຊີງແທ່ງໃຫ້ຮູ້ວ່າ ໃນຕະຫຼອດ 25 ປີຜ່ານມາ, ສາຍພົວພັນ ອາຊຽນ - ອິນເດຍ ໄດ້ຮັບການພັດທະນາ ແລະ ເປີດກວ້າງໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ, ຄືຂົງເຂດ ການເມືອງ, ການພົວພັນທາງການທູດ, ຄວາມໝັ້ນຄົງ, ເສດຖະກິດ , ວັດທະນະທຳ, ສັງຄົມ. ປີ 2012, ອາຊຽນ ແລະ ອິນເດຍ ໄດ້ສ້າງຕັ້ງສາຍພົວພັນຄູ່ເຈລະຈາຍຸດທະສາດ. ອາຊຽນ ມີບົດບາດສຳຄັນ, ຫຼັກແຫຼ່ງໃນ “ນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ”, ໄດ້ຮັບການຍົກລະດັບເປັນ “ນະໂຍບາຍການເຄື່ອນໄຫວມຸ່ງໄປສູ່ທິດຕາເວັນອອກ” ຂອງລັດຖະບານ ອິນເດຍ ໃນປັດຈຸບັນ. “ນະໂຍບາຍການເຄື່ອນໄຫວມຸ່ງໄປສູ່ທິດຕາເວັນອອກ” ມີລະດັບ, ຂອບຂະໜາດກວ້າງຂວາງກວ່າເມື່ອທຽບໃສ່ “ນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ” ໃນເມື່ອກ່ອນ, ບໍ່ພຽງແຕ່ສຸມໃສ່ເພີ່ມທະວີສາຍພົວພັນກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ, ຫາກຍັງເປີດກວ້າງອອກສູ່ບັນດາປະເທດ ອາຊີຕາເວັນອອກສຽງເໜືອ, ອົດສະຕາລີ, ນິວຊີແລນ. ທ່ານ ເອກອັກຄະລັດຖະທູດ ໂຕນຊີງແທ່ງ ເນັ້ນໜັກວ່າ ໃນສາຍພົວພັນລະຫວ່າງ ອິນເດຍ ແລະ ອາຊຽນ, ສາຍພົວພັນ ຫວຽດນາມ - ອິນເດຍ ມີທີ່ຕັ້ງສຳຄັນແຖວໜ້າ.

        ກ່ຽວກັບ ເລື່ອງ ອິນເດຍ ເຊື້ອເຊີນ ການນຳທັງ 10 ປະເທດ ອາຊຽນ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງສາທາລະນະລັດ ອິນເດຍ ເປັນເທື່ອທຳອິດນັ້ນ, ທ່ານ ເອກອັກຄະລັດຖະທູດ ໂຕນຊີງແທ່ງ ຖືວ່ານີ້ແມ່ນເຫດການບໍ່ເຄີຍມີມາກ່ອນໃນປະຫວັດສາດສະເຫຼີມສະຫຼອງວັນສ້າງຕັ້ງສາທາລະນະລັດ ຂອງ ອິນເດຍ. ສິ່ງດັ່ງກ່າວສະແດງໃຫ້ເຫັນທີ່ຕັ້ງ. ບົດບາດສຳຄັນຂອງ ອາຊຽນ ໃນນະໂຍບາຍພົວພັນຕ່າງປະເທດຂອງ ອິນເດຍ. ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຈະຢ້ຽມຢາມ ອິນເດຍ ດ້ວຍຖານະແມ່ນແຂກເຊີນທາງການຕົ້ນຕໍໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງສາທາລະນະລັດ ອິນເດຍ ຄົບຮອບ 69 ປີ ແລະ ເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຄູ່ເຈລະຈາ ອາຊຽນ - ອິນເດຍ. ການຢ້ຽມຢາມ ອິນເດຍ ຂອງ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຈະດຳເນີນກົງກັບໂອກາດທີ່ມີຄວາມໝາຍເມື່ອສອງປະເທດຫາກໍ່ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 46 ປີ ແລະ ສອງຝ່າຍ ໄດ້ລົງນາມໃນແຜນການໂຄງການເຄື່ອນໄຫວເພື່ອແນໃສ່ຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ໃຫ້ຄຳໝັ້ນສັນຍາໃນຖະແຫຼງການກ່ຽວກັບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ