ສາຍພົວພັນແບບພິເສດ ຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ

(VOVWORLD) -ທ່ານ ຫວໍວັນເຖື້ອງ ສະແດງຄວາມພາກພູມໃຈຕໍ່ສາຍພົວພັນແບບພິເສດ ຫວຽດນາມ - ລາວ ທີ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດໃນໄລຍະຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບດ້ານການເມືອງ, ການພັດທະນາເສດຖະກິດ - ສັງຄົມ
ສາຍພົວພັນແບບພິເສດ ຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຕ້ອນຮັບທ່ານ ຫວໍວັນເຖື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ
(ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງພັກ, ລັດ ລາວ, ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ຫວຽດນາມ ໂດຍທ່ານ ຫວໍວັນເຖື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ໄປຢ້ຽມຢາມ ລາວ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ  45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ. ຕອນບ່າຍວັນທີ 17 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ຕ້ອນຮັບຄະນະຕາມລຳດັບ.

        ທີ່ບັນດາການພົບປະ, ທ່ານ ຫວໍວັນເຖື້ອງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ 2 ປະເທດສ້າງຕັ້ງການພົວພັນທາງການທູດກ່ອນນີ້ 60 ປີ ແລະ ການລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ກ່ອນນີ້ 45 ປີ, ແມ່ນເຫດການປະຫວັດສາດ, ແມ່ນຂີດໝາຍສຳຄັນຍິ່ງໃນການພົວພັນລະຫວ່າງ 2 ພັກ, 2 ລັດ. ທ່ານ ຫວໍວັນເຖື້ອງ ສະແດງຄວາມພາກພູມໃຈຕໍ່ສາຍພົວພັນແບບພິເສດ ຫວຽດນາມ - ລາວ ທີ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດໃນໄລຍະຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບດ້ານການເມືອງ, ການພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງທີ່ຕັ້ງບົນເວທີສາກົນຂອງແຕ່ລະປະເທດ ແລະ ຂອບໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອຂອງ ລາວ ທີ່ມີຕໍ່ ຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ.

        ບັນດາການນຳຂັ້ນສູງ ລາວ ຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ, ເພີ່ມພູນຄູນສ້າງ, ເສີມຂະຫຍາຍ, ສະເໜີໃຫ້ 2 ຝ່າຍສົມທົບກັນຢ່າງແໜ້ນແຟ້ນຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ໃນນັ້ນ ມີຍຸດທະສາດການຮ່ວມມືໄລຍະ 2021 – 2030, ສັນຍາຮ່ວມມືໄລຍະ 2021 – 2025 ແລະ ຂໍ້ຕົກລົງແຜນການຮ່ວມມືລະຫວ່າງລັດຖະບານ 2 ປະເທດປີ 2022. ສືບຕໍ່ຈັດການເຄື່ອນໄຫວໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ