ສາ​ທາ​ລະ​ນະ​ລັດ ເຊັກ​ໂກ ໄດ້​ຮັບ​ການ​ເລືອກ​ຕັ້ງເຂົ້າສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ແທນ​ໃຫ້ ລັດ​ເຊຍ

(VOVWORLD) -ວັນທີ 10 ພຶດສະພາ, ສະມັດຊາໃຫຍ່ ສປຊ ເລືອກຕັ້ງສາທາລະນະລັດ ເຊັກໂກ ເຂົ້າ ສະພາສິດທິມະນຸດແທນໃຫ້ ລັດເຊຍ. 
ສາ​ທາ​ລະ​ນະ​ລັດ ເຊັກ​ໂກ ໄດ້​ຮັບ​ການ​ເລືອກ​ຕັ້ງເຂົ້າສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ແທນ​ໃຫ້ ລັດ​ເຊຍ - ảnh 1(ພາບປະກອບ: VOV Praha)

ໃນການປ່ອນບັດເພີ່ມເຕີມໃນວັນທີ 10 ພຶດສະພາ, ສະມັດຊາໃຫຍ່ ສປຊ ເລືອກຕັ້ງສາທາລະນະລັດ ເຊັກໂກ ເຂົ້າ ສະພາສິດທິມະນຸດແທນໃຫ້ ລັດເຊຍ, ພາຍຫຼັງທີ່ຖານະສະມາຊິກຂອງ ລັດເຊຍ ຢູ່ ອົງການນີ້ ຖືກຍົກເລິກໃນເດືອນ ເມສາ, ສ. ເຊັກໂກ ໄດ້ຮັບການເລືອກຕັ້ງເຂົ້າໃນຕຳແໜ່ງນີ້ໃນໄລຍະເວລາຍັງເຫຼືອຂອງອາຍຸການ 3 ປີ ເຊິ່ງຈະສິ້ນສຸດໃນທ້າຍປີ 2023.

        ມີ 157 ປະເທດໃນ ສະມັດຊາໃຫຍ່ ສປຊ ທີ່ປ່ອນບັດສະໜັບສະໜູນ ສ.ເຊັກໂກ ແລະ ມີ 23 ປະເທດ ປ່ອນບັດຂາວ. ສະພາສິດທິມະນຸດ ໂດຍສະມັດຊາໃຫຍ່ ສປຊ ສ້າງຕັ້ງຂຶ້ນໃນປີ 2006 ດ້ວຍໜ້າທີ່ຊຸກຍູ້ ແລະ ປົກປ້ອງສິດທິມະນຸດໃນທົ່ວໂລກ.

        ນັກຂ່າວ VOV ປະຈຳ ເຊັກໂກ

ຕອບກັບ

ຂ່າວ/ບົດ​ອື່ນ