ສາທາລະນະລັດໄຊປັດເປີດຫ້ອງການກົງສູນປະຈຳຫວຽດນາມຢ່າງເປັນທາງການ

ສາທາລະນະລັດໄຊປັດເປີດຫ້ອງການກົງສູນປະຈຳຫວຽດນາມຢ່າງເປັນທາງການ - ảnh 1
ກົງ​ສູນ​ສາ​ທາ​ລະ​ນະ ໄຊ​ປັ​ດ ຈັດ​ພິ​ທີ​ສະ​ເໜີຢ່າງ​ເປັນ​ທາງ​ການ
(ພາບ: PhuongVy/TTXVN)


(vovworld) –​​ໃນ​ຕອນ​ຄ່ຳ​ວັນ​ທີ່ 6/4, ຢູ່​ນະ​ຄອນ​ໂຮ່​ຈີ​ມີນ, ກົງ​ສູນ​ສາ​ທາ​ລະ​ນະ ໄຊ​ປັ​ດ (Cyprus ) ປະ​ຈຳ ​ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ສະ​ເໜີຢ່າງ​ເປັນ​ທາງ​ການ. ກ່າວ​ຄວາມເ​ຫັນໃນ​ພິ​ທີ, ທ່ານ Demetrios Theophylactou, ເອກ​ອັກ​ຄະ​ລັດ​ຖະ​ທູດ ໄຊ​ປັ​ດ ປະ​ຈຳ ອີນ​ເດຍ ທັງ​ຮັບ​ຜິດ​ຊອບ​ ຫວຽດ​ນາມ, ໃຫ້​ຮູ້​ວ່າ: ຫວຽດ​ນາມ​ໄດ້​ຮັບ​ຖືວ່າເປັນ​ ຄູ່​ຮ່ວມ​ມື​​ທີ່​ສຳ​ຄັນ   ຂ​ອງ ສາ​ທາ​ລະ​ນະ ໄຊ​ປັ​ດ, ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມືຫຼາຍ​ຢ່າງ. ດັ່ງ​ນັ້ນ, ການ​ເປີດ​ຫ້ອງ​ການ​ກົງ​ສູນ ປະ​ຈຳ​ ຫວຽດ​ນາມ ແມ່ນ​ຈຳ​ເປັນ ເພື​່ອ​​ເຊື່ອມ​ຕໍ່​ສອງ​ປະ​ເທດ, ພ້ອມ​ທັງ​ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ສອງ​ຝ່າຍ ໃນຫຼາຍ​ຂົງ​ເຂດ​ເຊັ່ນ: ເສດ​ຖະ​ກິດ, ການ​ເມືອງ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ… ຕີ​ລາ​ຄາ​ສູງເລື່ອງ ສາ​ທາ​ລະ​ນະ ໄຊ​ປັ​ດ ສະ​ເໜີ​ຕົວ ຫ້ອງ​ການ​ກົງ​ສູນ ປະ​ຈຳ​ຫວຽດ​ນາມ, ທ່ານ ນາງ ເຈີ່ນ​ທິ​ຫຽວ​ແຮັງ, ຮອງ​​ຫົ​ວໜ້າ​ການ​ພະ​ແນກ​​ພົວ​ພັນຕ່າງ​ປະ​ເທດ ນະ​ຄອນ​ໂຮ່​ຈີ​ມີນ, ຖື​ວ່າ: ນີ້​ຈະ​ເປັນ​ຂົວ​ຕໍ່ ແລະ ກຳ​ລັງ​ໜູນ​ຊ​ຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ນະ​ຄອນ​ໂຮ່​ຈີ​ມີນ ແລະ ສາ​ທາ​ລະ​ນະ ໄຊ​ປັ​ດ. ພະ​ແນກ​ພົວພັນ ຕ່າງ​ປະ​​ເທດ ຈະ​ຕັ້ງ​ໜ້າ​ໜູນ​ຊ່ວຍ ກົງ​ສູນ ສາ​ທາ​ລະ​ນະ ໄຊ​ປັ​ດ ໃນ​​ການ​ເຄື່ອນ​ໄຫວຕ່າງໆ ຢູ່​ນະ​ຄອນ ໂຮ່​ຈີ​ມີນ ກໍ່​ຄື​ບັນ​ດາ​ແຂວງ, ນະ​ຄອນ​ເຂດພາກ​ໃຕ້.

ຂ່າວ/ບົດ​ອື່ນ