ສານຈາກທ່ານເລຂາທິການໃຫຍ່,ປະທານປະເທດລາວ ກ່ອນປີໃໝ່ 2022

(VOVWORLD) -ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍສຳລັບການພັດທະນາຂອງປະເທດ ລາວ ໃນປີ 2021, ລາວ ຍັງຮັກສາສະພາບແວດລ້ອມດ້ານການເມືອງໄວ້ຢ່າງໝັ້ນຄົງ, ຮັບປະກັນການຮັກສາຄວາມເປັນລະບຽບຮຽບຮ້ອຍ, ສືບຕໍ່ພັດທະນາເສດຖະກິດ-ສັງຄົມ.
ສານຈາກທ່ານເລຂາທິການໃຫຍ່,ປະທານປະເທດລາວ ກ່ອນປີໃໝ່ 2022 - ảnh 1(ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ)

ວັນທີ 31 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ ໄດ້ມີບົດກ່າວປາໄສອວຍພອນປີໃໝ່ 2022 ໃນບັນດາພາຫະນະສື່ມວນຊົນ, ຊີ້ແຈ້ງກາລະໂອກາດ ແລະ ສິ່ງທ້າຍໃນຕໍ່ໜ້າສຳລັບປະເທດ ລາວ ໃນປີ 2022.

        ໃນບົດກ່າວປາໄສ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຫວນຄືນບັນດາເຫດການພົ້ນເດັ່ນທີໄດ້ດຳເນີນໃນປີ 2021 ໃນທຸກຂົງເຂດການເມືອງ, ເສດຖະກິດ ແລະ ບັນດາບັນຫາວັດທະນະທຳ, ສັງຄົມ; ທ່ານເນັ້ນໜັກວ່າ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍສຳລັບການພັດທະນາຂອງປະເທດ ລາວ ໃນປີ 2021, ລາວ ຍັງຮັກສາສະພາບແວດລ້ອມດ້ານການເມືອງໄວ້ຢ່າງໝັ້ນຄົງ, ຮັບປະກັນການຮັກສາຄວາມເປັນລະບຽບຮຽບຮ້ອຍ, ສືບຕໍ່ພັດທະນາເສດຖະກິດ-ສັງຄົມ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຫວັງວ່າ, ໃນປີ 2022 ຈະແມ່ນປີມີກາລະໂອກາດຫຼາຍຢ່າງ, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ລາວ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຮຽກຮ້ອງໃຫ້ທົ່ວສັງຄົມຈົ່ງສາມັກຄີກັນ, ຄ່ອຍໆຫັນໄປສູ່ສະພາບເປັນປົກກະຕິໃໝ່ເທື່ອລະກ້າວ ເພື່ອພ້ອມກັນມານະພະຍາຍາມຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ກ້າວໄປເຖິງການນຳປະເທດ ລາວ ໃຫ້ຫຼຸດພົ້ນອອກຈາກກຸ່ມບັນດາປະເທດດ້ອຍພັດທະນາໃນປີ 2026.

        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຢືນຢັນອີກເທື່ອໜຶ່ງວ່າ, ກ້າວເຂົ້າສູ່ປີ 2022, ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໄສຂອງພັກປະຊາຊົນປະຕິວັດ ລາວ, ປະຊາຊົນ ລາວ ບັນດາເຜົ່າ ຈະຜ່ານຜ່າໂລກລະບາດໂຄວິດ-19, ຮັກສາຄວາມໝັ້ນຄົງດ້ານການເມືອງ, ເສີມຂະຫຍາຍກຳລັງແຮງພາຍໃນ, ສ້າງບາດກ້າວບຸກທະລຸເພື່ອຊ່ວຍປະເທດບັນລຸໄດ້ຜົນງານໃໝ່ຫຼາຍຢ່າງກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ