ສານຊົມເຊີຍວັນສ້າງຕັ້ງພັກກອມມູນິດຫວຽດນາມຄົບຮອບ 87 ປີ


ສານຊົມເຊີຍວັນສ້າງຕັ້ງພັກກອມມູນິດຫວຽດນາມຄົບຮອບ 87 ປີ - ảnh 1
(ພາບ​ປະ​ກອບ)

(vovworld)- ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 87 ປີ​ແຫ່ງ ວັນ​ສ້າງ​ຕັ້ງ​ພັກ​ກອ​ມມູ​ນິດຫວຽດ​ນາມ (3/2/1930-3/2/2017), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ສານ​ຊົມ​ເຊີຍຂອງຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວໄດ້​ຊີ້​ແຈ້ງວ່າ ພັກ, ລັດ ແລະ ປະ​ຊາ​ຊົນ​ລ​າວ​ບັນ​ດາ​ເຜົ່າ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ພ້ອມ​ກັບ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ຮັກ​ສາ, ຖະ​ຫນຸ​ຖະ​ໜອມ ແລະ ເພີ່ມ​ພຸນ​ຄູນ​ສ້າງ​ສາຍ​ພົວ​ພັນ​ຫວຽດ​ນາມ-ລາວ​ໃຫ້​ນັບ​ມື້​ນັບ​ແຕກ​ດອກ​ອອກ​ຜົນ ກໍ​ຄື​ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ພັກ, ລັດ ແລະ ປະ​ຊາ​ຊົນ​ລ​າວ​ບັນ​ດາ​ເຜົ່າສະ​ແດງ​ຄວາມ​ຄວາມ​ຮູ້​ບຸນ​ຄຸນ ແລະ ຂອບ​ໃຈ​ນຳ ພັກ, ລັດ ແລະ ປະ​ຊາ​ຊົນຫວຽດ​ນາມ ຊຶ່ງຍາມໃດ​ກໍ​ໃຫ້​ການ​ສະ​ໜັບ​ສະ​ຫນູນ, ຊ່ວຍ​ເຫຼືອ​ອັນ​ໃຫຍ່ຫຼວງ ແລະ ມີ​ປະ​ສິດ​ທິ​ຜົນ​ຕໍ່​ພາ​ລະ​ກິດ​ປະ​ຕິ​ວັດຂອງ​ລາວໃນ​ຕະຫຼອດ​ໄລ​ຍະ​ທີ່​ຜ່ານ​ມາ.

     ຂະ​ນະ​ດຽວ​ກັນ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ​ກຳ​ປູ​ເຈຍ​ກໍ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 87 ປີ​ແຫ່ງ ວັນ​ສ້າງ​ຕັ້ງ​ພັກ​ກອ​ມມູ​ນິດຫວຽດ​ນາມເຊັ່ນ​ດຽວ​ກັນ.
ຂ່າວ/ບົດ​ອື່ນ