ສານ​ທີ່​ແຂງ​ແຮງ​ກ່ຽວ​ກັບ​ວິ​ວັດ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ໃນ​ສະ​ພາບ​ການ​ໃໝ່

(VOVWORLD) -ໂດຍຕິດຕາມຜ່ານບັນດາພາຫະນະສື່ມວນຊົນກ່ຽວກັບກອງປະຊຸມຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຊຸດທີ 13, ພິເສດແມ່ນ ບົດກ່າວປາໄສໄຂກອງປະຊຸມຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ມີສະມາຊິກພັກຫຼາຍຄົນ ແລະ ປະຊາຊົນທຸກຊັ້ນວັນນະ ໄດ້ຕີລາຄາສູງບັນດາເນື້ອໃນ ເຊິ່ງກົມການເມືອງ ໄດ້ຍົກອອກມາ ເພື່ອໃຫ້ສູນກາງພັກສຸມໃສ່ປຶກສາຫາລື ກ່ຽວກັບສະພາບການເສດຖະກິດ, ການເມືອງ ສັງຄົມ ຂອງ ຫວຽດນາມ ໃນໄລຍະທີ່ຜ່ານມາ,
ສານ​ທີ່​ແຂງ​ແຮງ​ກ່ຽວ​ກັບ​ວິ​ວັດ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ໃນ​ສະ​ພາບ​ການ​ໃໝ່ - ảnh 1ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 (ພາບ: VOV)

ບົດກ່າວປາໄສໄຂກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 ຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກ່ຽວກັບບາງບັນຫາເສດຖະກິດ - ສັງຄົມປີ 2021 – 2022, ໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນເປັນຈຳນວນຫຼາຍ. ບົດກ່າວປາໄສໄດ້ສະແດງສານແຂງແຮງຂອງ ພັກ ແລະ ລັດ ແມ່ນສືບຕໍ່ຕັ້ງເປົ້າໝາຍຄວາມປອດໄພຕໍ່ໂລກລະບາດໂຄວິດ - 19, ຮັບປະກັນການຫາເງິນລ້ຽງຊີບ, ສຸຂະພາບຂອງປະຊາຊົນ, ແຕ່ໄປຄຽງຄູ່ກັນນັ້ນແມ່ນ ຍົກອອກມາດຕະການເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ ໃນຊຸມເດືອນຍັງເຫຼືອຂອງປີ ແລະ ແຜນການໃຫ້ແກ່ປີ 2022ຈະມາເຖິງ.

ໂດຍຕິດຕາມຜ່ານບັນດາພາຫະນະສື່ມວນຊົນກ່ຽວກັບກອງປະຊຸມຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຊຸດທີ 13, ພິເສດແມ່ນ ບົດກ່າວປາໄສໄຂກອງປະຊຸມຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ມີສະມາຊິກພັກຫຼາຍຄົນ ແລະ ປະຊາຊົນທຸກຊັ້ນວັນນະ ໄດ້ຕີລາຄາສູງບັນດາເນື້ອໃນ ເຊິ່ງກົມການເມືອງ ໄດ້ຍົກອອກມາ ເພື່ອໃຫ້ສູນກາງພັກສຸມໃສ່ປຶກສາຫາລື ກ່ຽວກັບສະພາບການເສດຖະກິດ, ການເມືອງ ສັງຄົມ ຂອງ ຫວຽດນາມ ໃນໄລຍະທີ່ຜ່ານມາ, ກໍ່ຄືຍົກໃຫ້ເຫັນຢ່າງຈະແຈ້ງການກຳນົດທັດສະນະ, ແຜນນະໂຍບາຍກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19 ແລະ ຟື້ນຟູພັດທະນາເສດຖະກິດ, ສັງຄົມໃນສະພາບການໃໝ່. ປ້າ ໂດທິຊວຽນ, ຢູ່ຕາແສງ ໂກເຍ້ວ, ເມືອງ ບັກຕ່ືລຽມຮ່າໂນ້ຍໃຫ້ຮູ້ວ່າ:

ໂດຍແມ່ນສະມາຊິກພັກ, ຂ້າພະເຈົ້າມີຄວາມໄວ້ເນື້ອເຊື່ອໃຈຕໍ່ບັນດາແຜນນະໂຍບາຍ, ນະໂຍບາຍ, ແຜນການຂອງພັກ, ລັດ ໃນໄລຍະຈະມາເຖິງ ແລະ ເຊື່ອໝັ້ນວ່າ ສະພາບການເສດຖະກິດ ສັງຄົມ ຈະໄດ້ຮັບການຟື້ນຟູ ແລະ ມີການພັດທະນາໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ