ສານປະຊາຊົນສູງສຸດ ສີລັງກາ ຍົກເລີກລັດຖະດໍາລັດຍຸບເລີກສະພາແຫ່ງຊາດ

(VOVWORLD) -ວິກິດການດ້ານການເມືອງຢູ່ສີລັງກາ ໄດ້ຮັບຮູ້ການຜັນແປໃໝ່ຕື່ມອີກວ່າ ໃນວັນທີ 13 ພະຈິກ, ສານປະຊາຊົນສູງສຸດຂອງປະເທດນີ້ ໄດ້ຍົກເລີກລັດຖະດໍາລັດຍຸບເລີກສະພາແຫ່ງຊາດຂອງທ່ານ ປະທານາທິບໍດີ Maithripala Sirisena. 

ສານປະຊາຊົນສູງສຸດ ສີລັງກາ ຍົກເລີກລັດຖະດໍາລັດຍຸບເລີກສະພາແຫ່ງຊາດ - ảnh 1 ທ່ານ ປະທານາທິບໍດີ Maithripala Sirisena (ພາບ: TTXVN)

ບັນດາຜູ້ພິພາກສາໄດ້ຍົກອອກຄໍາຕັດສິນດັ່ງກ່າວພາຍຫຼັງພິຈາລະນາໃບຮ້ອງຟ້ອງຂອງບາງພັກການເມືອງ, ໃນນັ້ນ ມີ  03 ພັກໃຫຍ່ຄື ພັກສາມັກຄີຊົນຊາດ (UNP) ຂອງທ່ານອະດີດນາຍົກລັດຖະມົນຕີ Ranil Wickremesinghe, ພັກຝ່າຍຄ້ານສໍາພັນ Tamil ແຫ່ງຊາດ (TNA) ແລະ ພັກຝ່າຍຊ້າຍ ແນວໂຮມປົດປ່ອຍປະຊາຊົນ (JVP) ທີ່ມີສ່ວນກ່ຽວຂ້ອງເຖິງລັດຖະດໍາລັດດັ່ງກ່າວ. ພ້ອມກັນນັ້ນ, ບັນດາຜູ້ພິພາກສາໄດ້ຮຽກຮ້ອງຄະນະກໍາມະການເລືອກຕັ້ງຂອງປະເທດນີ້ ຢຸດຕິບັນດາຂັ້ນຕອນກະກຽມຂອງການເລືອກຕັ້ງກ່່ອນກໍານົດ ໃນວັນທີ 5 ມັງກອນ 2019.

ຕອບກັບ

ຂ່າວ/ບົດ​ອື່ນ