ສານປະຊາຊົນສູງສຸດຈັດພິທີສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອ

ສານປະຊາຊົນສູງສຸດຈັດພິທີສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອ - ảnh 1
ສານ​ປະຊາຊົນ​ສູນ​ສຸດຕ້ອນຮັບ​ຫຼຽນ​ໄຊ​ໂຮ່ຈິ​ມິນ​ຄັ້ງ​ທີ 2
(ພາບ: dangcongsan.vn)


(vovworld) – ກ່າວ​ຄຳ​ເຫັນ​ທີ່​ພິທີສະ​ເຫຼີມສະຫຼອງ 70​ ປີ​ແຫ່ງ​ວັນ​ມູນ​ເຊື້ອສານ​ປະຊາຊົນ​ສູງ​ສຸດ ​ແລະ ຕ້ອນຮັບ​ຫຼຽນ​ໄຊ​ໂຮ່ຈິ​ມິນ​ຄັ້ງ​ທີ 2, ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 09/09, ຢູ່​ຮ່າ​ໂນ້ຍ. ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ, ຫົວ​ໜ້າ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຕຸລາການ​ສູນ​ກາງ ​ເນັ້ນ​ໜັກ​ວ່າ: ​ໃນ​ໄລ​ຍະ 70 ປີຜ່ານມາ, ລະບົບ​ສານ​ໄດ້​​ເຕີບ​ໃຫຍ່​ຢ່າງ​ແຮງ ​ແລະ ​ບໍ່​ຢຸດ​ຢັ້ງ, ຍາມ​ໃດກໍ​ຕິດ​ພັນ​ກັບ​ແຜ​ນ​ນະ​ໂຍບາຍ, ​ແນ​ວທາງ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ; ປະຕິບັດ​ພາລະບົດບາດ, ໜ້າ​ທີ່ ​ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ​ປົກ​ປ​ັກຮັກສາ​ປະ​ເທດສັງ​ຄົມ​ນິຍົມ​ຫວຽດນາມ. ກ່າວ​ເຂົ້າ​ສູ່​​ໄລ​ຍະ​ໃໝ່, ສິດ​ອຳນາດຂອງ​ສານ​ປະຊາຊົນ​ກໍ​ໄດ້​ຮັບ​ການ​​ເປີດ​ກວ້າງ. ທ່ານ​ປະທານ​ປະ​ເທດ ​ເຊື່ອ​ໝັ້ນ​ວ່າ, ລະບົບ​ສານ​ປະຊາຊົນ​ທຸກ​ຂັ້ນ ຈະ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ການ​ເມືອງ​ທີ່​ໄດ​້ຮັບ​ມອບ​ໝາຍ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງຕ້ອງການ​ທີ່​ໄດ້​ວາງ​ອອກ​ສຳລັບ​ວຽກ​ງານ​ສານ​ປະຊາຊົນ​ໃນສະພາບ​ການ​ໃໝ່​ຢ່າງສຳ​ເລັດ.

        ທີ່​ພິທີ, ສານ​ປະຊາຊົນ​ສູງ​ສຸດ ​ໄດ້​ຕ້ອນຮັບ​ຫຼຽນ​ໄຊ​ໂຮ່ຈິ​ມິນ​ຄັ້ງ​ທີ 2 ​ໂດຍ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ມອບ​ໃຫ້.

ຂ່າວ/ບົດ​ອື່ນ