(VOVWORLD) - ບົດກ່າວປາໄສ ໄດ້ຍົກອອກບັນດາໝາກຜົນທີ່ອຳນາດການປົກຄອງໃໝ່ບັນລຸໄດ້ໃນ 299 ວັນໃນການກຳອຳນາດ, ກໍຄືການກຳນົດທິດນະໂຍບາຍເພື່ອມຸ່ງໄປເຖິງປະເທດ “ອະທິປະໄຕເອກະພາບ - ປະຊາຊົນວັດທະນາຖາວອນ - ອິນໂດເນເຊຍ ກ້າວໜ້າ”.
ວັນທີ 15 ສິງຫາ, ທ່ານ Prabowo Subianto ປະທານາທິບໍດີ ອິນໂດເນເຊຍ ໄດ້ມີສານລະດັບຊາດສະບັບທຳອິດ ນັບແຕ່ເມື່ອຮັບດຳລົງຕຳແໜ່ງເມື່ອໃນເດືອນ ຕຸລາ ປີ 2024. ບົດກ່າວປາໄສ ໄດ້ຍົກອອກບັນດາໝາກຜົນທີ່ອຳນາດການປົກຄອງໃໝ່ບັນລຸໄດ້ໃນ 299 ວັນໃນການກຳອຳນາດ, ກໍຄືການກຳນົດທິດນະໂຍບາຍເພື່ອມຸ່ງໄປເຖິງປະເທດ “ອະທິປະໄຕເອກະພາບ - ປະຊາຊົນວັດທະນາຖາວອນ - ອິນໂດເນເຊຍ ກ້າວໜ້າ”.
ທ່ານ Prabowo ປະທານາທິບໍດີ ກໍໄດ້ເນັ້ນໜັກເຖິງສິ່ງທ້າທາຍໃນຕໍ່ໜ້າແມ່ນຍັງຫຼວງຫຼາຍ, ເຊັ່ນ: ລົບລ້າງສະພາບອຶດຫິວຍາກໄຮ້, ຊຸກຍູ້ການເຕີບໂຕເສດຖະກິດ ແລະ ຍົກສູງທີ່ຕັ້ງບົດບາດຂອງ ອິນໂດເນເຊຍ ໃນເວທີສາກົນ. ເພື່ອເຮັດໄດ້ສິ່ງດັ່ງກ່າວນັ້ນ, ທ່ານປະທານາທິບໍດີ Prabowo ຮຽກຮ້ອງໃຫ້ປະຊາຊົນ ອິນໂດເນເຊຍ ທຸກຄົນຈົ່ງສາມັກຄີ ແລະ ຮ່ວມມື, ເພື່ອຈຸດປະສົງລວມສ້າງສາປະເທດ ອິນໂດເນເຊຍ “ອະທິປະໄຕເອກະພາບ - ປະຊາຊົນວັດທະນາຖາວອນ - ອິນໂດເນເຊຍ ກ້າວໜ້າ”.
ຟ້າມຮ່າ - ນັກຂ່າວ VOV ປະຈຳ ອິນໂດເນເຊຍ