ສານສູງສຸດລີບີປະຕິເສດລັກສະນະຖືກຕ້ອງຕາມກົດໝາຍຂອງສະພາແຫ່ງຊາດໂດຍປະຊາຊົນເລືອກຕັ້ງ

ສານສູງສຸດລີບີປະຕິເສດລັກສະນະຖືກຕ້ອງຕາມກົດໝາຍຂອງສະພາແຫ່ງຊາດໂດຍປະຊາຊົນເລືອກຕັ້ງ - ảnh 1
ນະ​ຄອນ Benghazi ພາ​ຍຫຼັງ​ການ​ປະ​ທະ​ກັນ​ໃນ​ວັນ​ທີ 3/11
(ພາບ: AFP/TTXVN)

(vovworld) – ສານ​ສູງ​ສຸດ​ ລີ​ບີ ​ປະ​ຕິ​ເສດ​ລັກ​ສະ​ນະ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ສະ​ພາ​ໂດຍ​ປະ​ຊາ​ຊົນ​ເລືອກ​ຕັ້ງ - ນີ້​ແມ່ນ​ການ​ກະ​ທຳ​ຂອງ​ສານ​ສ​ູງ​ສຸດ ລີ​ບີ ໃນ​ວັນ​ທີ 6/11, ພາຍຫຼັງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ອິດ​ສະ​ລາມ Abderrauf al – Manai ພ້ອມ​ກັບ​ບັນ​ດາ ສ​ສ​ຊ ອິດ​ສະ​ລາມ ອື່ນ ​ໄດ້​ປະ​ຕິ​ເສດກອງ​ປະ​ຊຸມ​ຂອງ​ສະ​ພາ​ແຫ່​ງ​ຊາດ ຢູ່​ນະ​ຄອນ Tobruk ຢູ່​ພາກ​ຕາ​ເວັນ​ອອກ ລີບ​ີ, ດ້ວຍ​​ເຫ​ດຜົນ​ອົງ​ການ​ນິ​ຕິ​ບັນ​ຍັດ​ນີ້​ລະ​ເມີດ​ລັດ​ຖະ​ທຳ​ມະ​ນູນ​ຍ້ອນບໍ່​ຕັ້ງ​ສຳ​ນັກ​ງານ​ຢູ່​ນະ​ຄອ​ນຫຼວງ Tripoli ຫຼືຢູ່ Benghazi, ນະ​ຄອນ​ໃຫຍ່​ອັນ​ດັບ 2 ຂອງ ລີບ​ີ ແລະ ໄດ້​ສວຍ​ໃຊ້​ສິດ​ອຳ​ນາດ​ເກີນ​ກຳ​ນົດ ເມື່ອ​ຮຽກ​ຮ້ອງ​ຕ່າງ​ປະ​ເທດ​ແຊກ​ແຊງ​​ດ້ານການ​ທະ​ຫານ​ເຂົ້​າ ລີ​ບີ ພາຍ​ຫລັງ​​ກຳ​ລັງ​ກະ​ບົດ “ອະ​ລຸນ ລີ​ບີ” ຢືດ​ຄອງ​ນະ​ຄອນຫຼວງ Tripoli.

        ກ່ອນ​ໜ້າ​ນັ້ນ, ສານ​ສູງ​ສຸດ ລີ​ບີ ໄດ້​ຮັບ​ຮອງ​ເອົາ​ເລື່ອງ​ສ້າງ​ຕັ້ງ​ລັດ​ຖະ​ບານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abdullah al – Thani, ເຊິ່ງ​ແມ່ນ​ໜຶ່ງ​ໃນ 2 ລັດ​ຖະ​ບານ​ເປັນ​ປຸ​ລະ​ປັກ​ກັນ​​ຢູ່​ປະ​ເທດນີ້​.


ຂ່າວ/ບົດ​ອື່ນ