ສານອີຢີບໂຈະການຕັດສິນກ່ຽວກັບການເລືອກຕັ້ງ

ສານອີຢີບໂຈະການຕັດສິນກ່ຽວກັບການເລືອກຕັ້ງ - ảnh 1
(ພາບ​:
vietnamplus.vn)

(vovworld)-​ ສານ​ບ​ສູງ​ສຸດ​ອີ​ຢີບ (SAC) ຫາ​ກໍ່​ໂຈະ​ການ​ຕັດສິນ​ກ່ຽວ​ກັບການ​ຄັດຄ້ານ ຂອງ​ອົງ​ການດຳ​ເນີນ​ຄະດີແຫ່ງ​ລັດ (SLA) ສຳລັບ​ຂໍ້​ຕົກລົງ​ຍົກ​ເລິກ​ການ​ເລື​ອກຕັ້ງ ສະພາ​ແຫ່ງ​ຊາດ ​ໂດຍ SAC ຍົກ​ອອກ​ມາ​ເມື່ອ​ວັນ​ທີ 6/3 ຜ່ານ​ມາ. SAC ​ໂຈະ​ການ​ຕັດສິນ​ເພື່ອ​ໃຫ້​ປະທານາທິບໍດີ Mohamad Morsi ກໍ່​ຄື​ຜູ້ນຳ​ສະພາ Shour-ສະພາ​ສູງ ​ແລະ ກະຊວງ​ຍຸດຕິ​ທຳ​ຢັ້ງຢືນ​ຄວາມ​ເປັນ​ຈິງ​ວ່າ ​ເຂົາ​ເຈົ້າ​ໄດ້​ຕົກລົງ​ໃຫ້ SLA ຄັດຄ້ານ​. ວັນ​ທີ 6/3 ຜ່ານ​ມາ, SAC ​ໄດ້​ອອກ​ຄຳ​ຕັດສິນ​ຍົກ​ເລິກ​ລັດຖະດຳລັດ​ຂອງປະທານາທິບໍດີ Mohamad Morsi ກ່ຽວ​ກັບ​ການຈັດຕັ້ງການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ໃນ​ວັນ​ທີ 22/4. ​ເຖິງ​ວ່າ, ປະທານາທິບໍດີ Mohamad Morsi ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ຄຳ​ຕັດສິນ​ຂອງ​ສານ ​ແລະ ບໍ່​ໄດ້ຄັດຄ້ານ       ກໍ່ຕາມ ​ແຕ່ SLA ຕາງໜ້າ​ໃຫ້​ປະທານາທິບໍດີ ​ແລະ ບັນດາ​ອົງການ​ອື່ນໆ​ຂອງ​ລັດຖະບານ ​ໄດ້​ຍື່ນ​ສະ​ເໜີ​ໜັງສື​ຄັດຄ້ານໃນ​ວັນ​ທີ 13/3. ຄາດ​ວ່າ, SAC ຈະ​ອອກ​ຄຳ​ຕັດສິນ​ໃນ​ວັນ​ທີ 7/4 ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ