ສານອວຍພອນ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງໂທລະເລກອວຍພອນໄປຍັງທ່ານປະທານາທິບໍດີ Vladimir Putin

ເນື່ອງໃນໂອກາດວັນຊາດສະຫະພັນລັດເຊຍ (Russian Federation 12/6), ວັນທີ 12 ມິຖຸນາ 2022, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງໂທລະເລກອວຍພອນໄປຍັງທ່ານປະທານາທິບໍດີ Vladimir Putin, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສົ່ງໂທລະເລກອວຍພອນໄປຍັງທ່ານນາຍົກລັດຖະມົນຕີ Mikhail Mishustin, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສົ່ງໂທລະເລກອວຍພອນໄປຍັງທ່ານນາງ ປະທານສະພາສະຫະພັນລັດເຊຍ Valentina Matvienko ແລະ ປະທານດູມາແຫ່ງຊາດລັດເຊຍ Vyacheslav Volodin.

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ກໍ່ໄດ້ສົ່ງໂທລະເລກອວຍພອນໄປຍັງທ່ານລັດຖະມົນຕີການຕ່າງປະເທດສະຫະພັນລັດເຊຍ Sergey Lavrov ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ