ສານອວຍພອນນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດສປ Timor - Leste

(VOVWORLD) - ທ່ານ Kay Rala Xanana Gusmao ໄດ້ຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີແຫ່ງ ສປ Timor – Leste ແລະ ທ່ານນາງ Maria Fernanda Lay ໄດ້ຮັບການເລືອກຕັ້ງເປັນປະທານສະແຫ່ງຊາດ ສປ Timor – Leste

        ເນື່ອງໃນໂອກາດທ່ານ Kay Rala Xanana Gusmao ໄດ້ຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີແຫ່ງ ສປ Timor – Leste ແລະ ທ່ານນາງ Maria Fernanda Lay ໄດ້ຮັບການເລືອກຕັ້ງເປັນປະທານສະແຫ່ງຊາດ ສປ Timor – Leste, ວັນທີ 03 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານນາຍົກລັດຖະມົນຕີ Kay Rala Xanana Gusmao, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານນາງ Maria Fernanda Lay.

        ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານ Bendito dos Santos Freitas ທີ່ໄດ້ແຕ່ງຕັ້ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືປະເທດ ສປ Timor – Leste ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ