ສານອວຍພອນວັນຊາດຫວຽດນາມ

ສານອວຍພອນວັນຊາດຫວຽດນາມ - ảnh 1
(ພາບປະກອບ)


(vovworld) – ​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນຊາດ ສສ. ຫວຽ​ດນາມ (2/9/1945 – 2/9/2015), ການ​ນຳ​ພັກ, ລັດ ​ແລະ ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ຮັບ​ສານ​ອວຍພອນ​ຂອງ​ບັນດາ​ການ​ນຳ​ຕ່າງປະ​ເທດ. ນັ້ນ​ແມ່ນ:

- ທ່ານປະທານາທິບໍດີ ສາທາລະນະ​ລັດ ສະຫະພັນ ມຽນມາ Thein Sein; ທ່ານຮອງ​ປະທານາທິບໍດີ ສາທາລະນະ​ລັດ ສະຫະພັນ ມຽນມາ Sai Mauk Kham; ທ່ານຮອງ​ປະທານາທິບໍດີ ສາທາລະນະ​ລັດ ສະຫະພັນ ມຽນມາ Nyan Tun.

- ທ່ານ ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ ​ແຫ່ງ​ລາຊະ​ອານາຈັກ ​ໄທ ພູມີ​ພົນ ອາດູນ​ຍະ​ເດດ

- ທ່ານ​ປະທານາທິບໍດີ ສາທາລະນະ​ລັດ ອິນ​ເດຍ Pranab Mukherjee; ທ່ານ​ນາຍົກລັດຖະມົນຕີ ສາ​ທະ​ລະນະ​ລັດ ອິນ​ເດ​ຍ Narendra Modi.

-  ທ່ານ​ປະທານ​ສະພາ ​ເອີຣົບ Donald Tusk; ທ່ານ​ປະທານ​ຄະນະ​ກຳມະການ ​ເອີຣົບ Jean – Claude Juncker.

-  ທ່ານ​ປະທາ​ນາ​ທິບໍດີ ຢູ​ແກຼນ Petro Poroshenko; ທ່ານນາຍົກລັດຖະມົນຕີ ຢູ​​ແກຼນ Arseniy Yatsenyuk.

​ແລະ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ສາທາລະນະ​ລັດ ສະຫະພັນ ມຽນມາ Wunna Maung Lwin; ຜູ້ຕາງໜ້າ​ຂັ້ນ​ສູງ​ສະຫະພາບ ​ເອີຣົບ ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ, ຮອງ​ປະທານ​ຄະນະ​ກຳມະການ ​ເອີຣົບ Federica Mogherini ​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ.

 


ຂ່າວ/ບົດ​ອື່ນ