ສານໃນວັນກະຈາຍສຽງໂລກ 13/2

ວັນ​ທີ 13/2/2013 ກາຍ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ກະຈາຍສຽງ​ໂລກ ຂະນະ​ທີ່​ອົງການ​ສຶກສາ​ວິທະຍາສາດ ​ແລະ​ວັດທະນະທຳ​ສະຫະ​ປະຊາ​ຊາດ (UNESCO) ​ໄດ້​ເລືອກ​ເອົາ​ວັນ​ນີ້​ແມ່ນ​ວັນ​ກະຈາຍສຽງ​ໂລກ ​ເພື່ອ​ແນ​ໃສ່​ເຊີດ​ຊູ​ການ​ປະກອບສ່ວນ​ຂອງ​ຂະ​ແໜງ​ກະຈາຍສຽງ​ໃນ​ຊີວິດ​ສັງຄົມ​ຂອງ​ມວນ​ມະນຸດ. ດ້ວຍ​ເລື່ອງ​ຖືເອົາ​ວັນ​ທີ 13/2 ​ແມ່ນ​ວັນ​ກະຈາຍສຽງ​ໂລກ​ນັ້ນ, UNESCO ​ເຊື່ອໝັ້ນວ່າ​ບັນດາ​ວິທະຍຸ​ກະຈາ​ຍສຽງຍັງ​ຈະ​ພັດທະນາ​ກ້າວໄກ​ກ່ວາ​ອີກ, ນຳ​ໃຊ້​ບັນດາ​ເຕັກ​ໂນ​ໂລ​ຊີ​ໃໝ່ ​ແລະ ຍາມ​ໃດ​ກໍ່​ແມ່ນ​ພາຫະນະ​ສື່​ສານ​ໄດ້​ຮັບ​ການ​ນຳ​ໃຊ້​ຫຼາຍ​ກ່ວາ​ໝູ່​ຢູໃນ​ໂລກ

ສານໃນວັນກະຈາຍສຽງໂລກ 13/2 - ảnh 1

ສຳນັກງານ​ວິທະຍຸ​ກະຈາຍສຽງ​ຫວຽດນາມ

(ພາບ: m.vovgiaothong.vn)

 

  ການ​ກະຈາຍສຽງ​ຖືກ​ຖື​ວ່າ​ແມ່ນ​ພາຫະນະ​ສື່ສານ​ມີຄ່າ​ໃຊ້​ຈາ​ຍຕ່ຳ, ມີ​ຄວາມ​ສາມາດ​ສຳ​ພັດ​ກັບ​ວົງ​ຄະນະ​ຍາດ​ຊຸມຊົນ​ຢູ່​ບັນດາ​ເຂດ​ຫ່າງ​ໄກ​ສອກຫລີກ ກໍ່​ຄື​ຜູ້​ອາພັບ​ໄດ້​ຄື: ຄົ​ນຕາບອດ, ພິການ, ​ແມ່ຍິງ, ຊາວ​ໜຸ່ມ​ທຸກ​ຍາກ ​ແລະ ສາມາດ​ສ້າງ​ເປັນ​ເວທີ​ປາ​ໄສ​ໃຫ້​ແກ່​ມະຫາຊົນ, ບໍ່​ຈຳ​ແນ​ກລະດັບ​ຄວາມ​ຮູ້ ​ແລະ ການ​ກະຈາຍສຽງ​ມີ​ບົດບາດ​ອັນ​ໃຫ່ຍຫຼວງ​ໃນ​ບັນດາ​ກໍລະນີ​ແຈ້ງ​ຂ່າວ​ດ່ວນ, ປ້ອງ​ກັນ, ສະກັນ​ກັ້ນ​ໄພ​ທຳ​ມະ​ຊາດ. ສະນັ້ນ, UNESCO ​ໄດ້​ສົ່ງ​ເສີມ​ທຸກໆ​ປະ​ເທດ​ຈົ່ງ​ພ້ອມ​ກັນ​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ກະຈາຍສຽງ​ໂລກ (13/2) ​ໂດຍ​ຜ່ານ​ການ​ສົມທົບກັນ​ເຄື່ອນ​ໄຫວ​ກັບ​ບັນດາອົງການ​ສຳນັກ​ງານ, ອົງການ​ສັງຄົມ​ທີ່​ແຕກ​ຕ່າງ​ກັນ​ຄື: ​ບັນດາ​ອົງການ​ກະຈາຍສຽງ​ແຫ່ງ​ຊາດ, ພາກພື້ນ, ສາກົນ, ບັນດາ​ກຸ່ມ​ບໍລິສັດ​ສື່ສານ ​ແລະ ບັນດາ​ວິທະຍຸ​ກະຈາຍສຽງ. ທ່ານ​ນາງ Mirta Lourenco ຫົວໜ້າພະ​ແນ​ກ​ໂຄສະນາ ​ແລະ ສັງຄົມ ສັງກັດ​ກົມ​ຖະ​ແຫຼ​ງ ຂ່າວ ​ແລະ ສື່ສານ​ຂອງ UNESCO ​ເນັ້ນໜັກ​ວ່າ:

   “ຄວາມ​ສຳຄັນຂອງ​ວັນ​ກະຈາຍສຽງ​ໂລກ​ແມ່ນ​ເພື່ອ​ຈາລຶກບັນດາ​ຄຸນຄ່າ​ຂອງ​ວິທະຍຸ​ກະຈາຍສຽງ​ສຳລັບ​ມວນ​ມະນຸດ​ໃນ 1 ສັດຕະວັດ​ຜ່ານ​ມາ. ການ​ກະຈາຍສຽງ​ໄດ້​ປະກອບສ່ວນ​ໃນ​ຫຼາຍ​ເຫດ​ການ​ສຳຄັນ​ໃນ​ປະຫວັດສາດ​ຂອງ​ຫຼາຍ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ສັງຄົມ. ວັນ​ກະຈາຍສຽງ​ໂລກ​ແມ່ນ​ໂອກາດ​ທີ່​ມີ​ຄວາມ​ໝາຍ​ເພື່ອ​ໃຫ້​ບັນດາ​ພາຫະນະ​ສື່ສານ​ໃນ​ທົ່ວ​ໂລກ​ເຕື້ອງ​ເຖິງ​ຄວາມ​ສຳຄັນ, ຄຸນປະ​ໂຫຍ​ດຂອງ​ການກະຈາຍສຽງ​.

ສານໃນວັນກະຈາຍສຽງໂລກ 13/2 - ảnh 2

(ພາບປະກອບ: tuyengiao.vn)

   ສານຂອງວັນ​ກະຈາຍສຽງ​ໂລກປີ​ນີ້​ແມ່ນ: ການ​ກະຈາຍສຽງ-​ເສັ້ນທາງ​ກ້າວ​ສູ່​ພູມ​ປັນຍາ. ​ເມື່ອ​ເວົ້າ​ເຖິງວັນ​ນີ້, ທ່ານ​ນາງ Irina Bokova ຜູ້ອຳນວຍການ​ໃຫ່ຍ UNESCO ຊີ້​ແຈງ​ວ່າ: “ການ​ກະຈາຍສຽງ​​ໄດ້​ປ່ຽນ​​ແປງ​ອະດີດ​ຕະການ​ຂອງ​ພວກ​ເຮົາ. ມັນ​ໄດ້​ຮັກສາ​ກຳລັງ​ທີ່​ເຕັມ​ໄປ​ດ້ວຍ​ພະລັງ​ແຮງ​ເພື່ອ​ສ້າງ​ອະນາຄົດ​​ໃຫ້ມີ​ຄວາມ​ສະຫງົບ​ສຸກກ່ວາ, ໝັ້ນຄົງ​ກ່ວາ ​ແລະ ມີ​ລັກສະນະ​ຮອບດ້ານ​ກ່ວາ​ໃຫ້​ແກ່​ພວກ​ເຮົາ​ທຸກໆ​ຄົນ. ນັ້ນ​ແມ່ນ​ສານ​ຂອງ UNESCO ກ່ຽວ​ກັບ​ວັນ​ກະຈາຍສຽງ​ໂລກ“. ສ່ວນ​ທ່ານ​ນາງ Katherine Muller-Marlin ຫົວໜ້າ​ຜູ້ຕາງໜ້າ UNESCO ປະຈຳ​ຫວຽດນາມ ຢືນຢັນ​ວ່າ: “ວິທະຍຸກະຈາຍສຽງ​ແມ່ນ​ພາຫະນະ​ສື່ສານ​​ດີ​ທີ່​ສຸດ​ເພື່ອ​ນຳ​ມາ​ເຊິ່ງການ​ສຶກສາ ​ແລະ ຂໍ້​ມູນ​ຂ່າວ​ສານ ​ໃຫ້​ແກ່​ທຸກ​ຄົນ ​ແລະ ​ເໝາະ​ ສົມ​ກັບ​ສັງຄົມ​ແຫ່ງ​ການ​ສຶກສາຮ່ຳຮຽນ“

 

ຂ່າວ/ບົດ​ອື່ນ