ສາມັນຊົນ ອາບການິດສະຖານ ເສຍຊີວິດໃນການບຸກໂຈມຕີທາງອາກາດຂອງ ນາໂຕ

ສາມັນຊົນ ອາບການິດສະຖານ ເສຍຊີວິດໃນການບຸກໂຈມຕີທາງອາກາດຂອງ ນາໂຕ - ảnh 1
ທະຫານອາເມລິກາ ຢູ່ແຂວງ Kunar
(ພາບ: AFP)

(vovworld) - ມີ​ສາມັນ​ຊົນ​ຢ່າງ​ໜ້ອຍ​ສຸດ 10 ຄົນ, ​ໃນ​ນັ້ນ​ມີ​ແມ່ຍິງ ​ແລະ ​ເດັກນ້ອຍ ​ໄດ້​ເສຍ​ຊີວິດ​ໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ເມື່ອ​ວັນ​ທີ 7/9 ຂອງ​ກຳລັງ​ໜູນ​ຊ່ວຍປ້ອງ​ກັນ​ຄວາມ​ສະຫງົບສາກົນ ຢູ່ ອາບ​ກາ​ນິ​ດສະຖານ (ISAF) ຢູ່​ແຂວງ Kunar, ທາງ​ທິດຕາ​ເວັນ​ອອກ ອາບ​ກາ​ນິ​ດສະຖາ​ນ ​ໃກ້ກັບ​ເຂ​ດຊາຍ​ແດນ ປາ​ກິດ​ສະຖານ. ຫົວໜ້າ​ຕຳຫຼວດ​ແຂວງ Kunar ທ່ານ Abdul Habib Sayedkhil ​ໃຫ້​ຮູ້​ວ່າ: ການ​ບຸກ​ໂຈມ​ຕີ​ທາງ​ອາກາດ ​ເພື່ອ​ແນ່​ໃສ່​ລົດ​ຂົນ​ສົ່ງ, ​ເຮັດ​​ໃຫ້ 10 ຄົນ​ເສຍ​ຊີວິດ ​ໃນ​ນັ້ນ​ມີ: ​ແມ່ຍິງ 4 ຄົນ, ​ເດັກນ້ອຍ 4 ຄົນ ​ແລະ ຜູ້​ຂັບ​ລົດ 2 ຄົນ. ​​ໃນ​ຂະນະ​ນັ້ນ, ​ແຫຼ່ງຂ່າວ​ຈາກ​ເຈົ້າ​​ແຂວງໆ​ນີ້​ໃຫ້​ຮູ້​ວ່າ: ຈຳນວນ​ສາມັນ​ຊົນ​ເສຍ​ຊີວິ​​ດ​ແມ່ນ 12 ຄົນ. ​ໃນ​ຖະ​ແຫຼ​ງການ​ຂອງ​ຕົນ, ISAF ຢືນຢັນ​ວ່າ: ການ​ບຸກ​ໂຈມ​ຕີ​ໄດ້ດັບ​ສູນ “ທະຫານ​ກະບົດ 10 ຄົນ” ​ແລະ ກຳລັງ​ນີ້​ບໍ່​ທັນໄດ້​ຮັບ​ແຫຼ່ງຂ່າວ​ໃດກ່ຽວ​ກັບການ​ເສຍ​ຊີວິດ ​ແລະ ບາ​ດ​ເຈັບ​ໃດໆ​ຂອງ​ສາມັນ​ຊົນ. ປະຈຸ​ບັນ, ISAF ພວມ​ດຳ​ເນີນ​ການ​ສືບສວນ​ກ່ຽວ​ກັບ​ບັນດາ​ຄຳ​ກ່າວ​ຫາ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ