ສຳພັນທະມິດຕ້ານISຈະຈັດກອງປະຊຸມໃນຕົ້ນເດືອນ11

ສຳພັນທະມິດຕ້ານISຈະຈັດກອງປະຊຸມໃນຕົ້ນເດືອນ11 - ảnh 1
(ພາບປະກອບ)

(vovworld) – ​ເຈົ້າໜ້າ​ທີ່ຂອງ 24 ປະ​ເທດ​ທີ່​ເຂົ້າ​ຮ່ວມສຳ​ພັນທະ​ມິດສາ​ກົນ​ຕ້ານ​ອົງການ​ລັດ​ອິດ​ສລາມ IS ​ອ້າງ​ຊື່​ເອງ ​ໂດຍ​ອາ​ເມ​ລິ​ກາ ​ບໍລິຫານຈະ​ຈັດ​ກອງ​ປະຊຸມ​ໃນ​ວັນ​ທີ 03 – 04/11 ຢູ່​ນະຄອນຫຼວງ ບຣຸດ​ແຊນ, ປະ​ເທດ​​ແບນ​ຊິກ, ​ເພື່ອ​ແນ​ໃສ່​ຕີ​ລາຄາ​ກ່ຽວ​ກັບ​ຍຸດ​ທະ​ສາດ​ເດີນ​ຕາມ​​ແຜນການ​ຕ້ານ IS, ​ໃນ​ຂະນະ​ນັ້ນ​ບັນດາ​ການ​ນຳ​ດ້ານ​ການ​ທະຫານ​ຈະຈັດ​ກອງ​ປະຊຸມ​ໃນ​ທ້າຍ​ອາທິດ​ນີ້ຢູ່​ແອດ​ສປາຍ ກ່ຽວ​ກັບ​ຫົວ​ຂໍ້​ຕ້ານສົງ​ຄາມ​ສັກສິດກອງ​ປະຊຸມ​ນີ້​​ໂດຍ​ແບ​ນຊິກ ​ແລະ ອາ​ເມ​ລິ​ກາ ພ້ອມ​ກັນ​ບໍລິຫານ. ນີ້​ແມ່ນ​ກອງ​ປະຊຸມ​ຄັ້ງ​ທີ 3 ກ່ຽວ​ກັບ​ບັນຫາ​ຕ້ານ IS ​ໃນ​ປີ 2015 ນີ້.

ຂ່າວ/ບົດ​ອື່ນ