ສຳຫລວດສະພາບເສດຖະກິດສັງຄົມຂອງ53ຊົນເຜົ່າສ່ວນຫນ້ອຍ

ສຳຫລວດສະພາບເສດຖະກິດສັງຄົມຂອງ53ຊົນເຜົ່າສ່ວນຫນ້ອຍ - ảnh 1
ພາບ​ປະ​ກອບ:internet
(vovworld)- ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ໄດ້​ເຊັນ​ອະ​ນຸ​ມັດ​ແຜນ​ຮ່າງ​ສຳ​ຫລວດ,ເກັບ​ກຳ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ສະ​ພາບ​ເສດ​ຖ​ະ​ກິດ​ສັງ​ຄົມ​ຂອງ 53 ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ເພື່ອ​ສ້າງ​ລະ​ບົບ​ຂໍ້​ມູນ​ຂ່າ​ວ​ສານ, ຕົວ​ເລກ​ສະ​ຖິ​ຕິ​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ. ແຜ​ນ​ຮ່າງ​ສຳ​ຫລວດ, ເກັບ​ກຳ​ຂໍ້​ມູ​ນ​ຂ່າວ​ສານ​ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ 53 ຊົ​ນ​ເຜົ່າ​ສ່ວນ​ຫນ້ອຍ ບໍ່​ພຽງ​ແຕ່​ມຸ່ງ​ໄປ​ເຖິງ​ການ​ຕີ​ລາ​ຄາ​ລະ​ດັບ​​ພັດ​ທະ​ນາ​ຂອງ​ບັນ​ດາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ເມື່ອ​ທຽບ​ໃສ່​ລະ​ດັບ​ພັດ​ທະ​ນາລວມ​ຂອງ​ທົ່ວ​ປະ​ເທດ​ເທົ່າ​ນັ້ນ ຫາກ​ແມ່ນ​ການ​ຕີ​ລາ​ຄາ​ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າ​ງ​ບັນ​ດາ​​ເຜົ່າ. ຈາກນັ້ນ ເປັນ​ປະ​ຖົມ​ປັດ​ໄຈ​ເພື່ອ​ສ້າງ​ນະ​ໂຍ​ບາຍ​ຊົນ​ເຜົ່າ ປະ​ກອບ​ສ່ວນ​ສົ່ງ​ເສີມ, ຫນູນ​ຊ່ວຍ ເພື່ອ​ໃຫ້​ຊາວ​ຊົນ​ເຜົ່າ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ພາຍ​ໃນ,ຫລຸດ​ຜ່ອນ​ຄວາມ​ຜິດ​ໂຕນລະ​ຫວ່າງ​ລະ​ດັບ​ພັດ​ທະ​ນາ​ຂອງ​ບັນ​ດາ​ເຜົ່າ. ກາ​ນ​ສຳ​ຫລວດ​ຄັ້ງ​ທີ 1 ແມ່ນ​ປະ​ຕິ​ບັດ​ໃນ​ໄຕ​ມາດ​ທີ 1 ຂອງ​ປີ 2015.

 

 

 

ຂ່າວ/ບົດ​ອື່ນ