ສ.ເກົາຫຼີ ກະຕຸກຊຸກຍູ້ ການເຈລະຈາຂັ້ນສູງລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ

ສ.ເກົາຫຼີ ກະຕຸກຊຸກຍູ້ ການເຈລະຈາຂັ້ນສູງລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ - ảnh 1
ທ່ານ​ລັດຖະມົນຕີ​ກະ​ຂວງ​ເອກະ​ພາບ​ສ.​ເກົາຫຼີ Ryoo Kihl Jae
(ພາບ: AFP/TTXVN)


(vovworld) – ສ.​ເກົາຫຼີ ສືບ​ຕໍ່​ກະຕຸກຊຸກຍູ້ສປປ.​ເກົາຫຼີ ດຳ​ເນີນ​ບັນດາ​ການ​ເຈລະຈາຂັ້ນ​ສູງລະຫວ່າງ 2 ຝ່າຍ​ ​ແລະ ບໍ່​​ໄດ້ໂຈະ​ການ​ເຈລະຈາຕື່ມ​ອີກເພື່ອ​ແນ​ໃສ່​ແກ້​ໄຂ​ທຸກໆ​ບັນຫາ​ທີ່​ຍັງ​ຄົງ​ຂ້າງ. ນີ້​ບໍ່​ແມ່ນ​ເທື່ອ​ທຳ​ອິດ​ທີ່ເຊີ​ອຸນ ຍົກ​​ຂໍ້​ສະ​ເໜີ​​ກ່ຽວ​ກັບ​ການ​​ເຈລະຈາ​ກັບ​ພຽງ​ຢາງ. ກ່າວ​ຄຳ​ເຫັນ​ໃນ​ວັນ​ທີ 25/09, ທີ່​ເວທີ​ປາ​ໄສ​ສາກົນ​ກ່ຽວ​ກັບ​ສະພາບ​ການ​ຢູ່​ໃນ​ແຫຼມ​ເກົາຫຼີ, ທ່ານ​ລັດຖະມົນຕີ​ກະ​ຂວງ​ເອກະ​ພາບ​ສ.​ເກົາຫຼີ Ryoo Kihl Jae ຊີ້​ແຈ້ງວ່າ ​ເຊີ​ອູ​ນ ພ້ອມ​ແລ້ວ​ທີ່ຈະ​ພ້ອມ​ກັບ​ພຽງ​ຢາງ ​ແລກປ່ຽນ​ທຸກໆ​ບັນຫາ​ທີ່​ຍັງ​ຄົງຂ້າງ​ໃນ​ການ​ພົວພັນລະຫວ່າງສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ ຢ່າງ​ກົງ​ໄປ​ກົງ​ມາ ​ເພື່ອ​ຊອກ​ຫາ​ທິດ​ແກ້​ໄຂຢ່າງ​ເໝາະ​ສົມ. ຕາມ​ທ່ານ​ແລ້ວ, ສປປ.​ເກົາຫຼີ ຄວນ​ເຂົ້າ​ຮ່ວມ​ການ​ເຈລະຈາ​ດັ່ງກ່າວ​ໂດຍ​ໄວ້. ​ແຕ່​ວ່າ, ​ເມື່ອ​ເຕື້ອງ​ເຖິງ​ເລື່ອ​ງບັນດາກຸ່ມ​ພົນລະ​ເມືອງ​ສ.​ເກົາຫຼີ ​ແຈກ​ຢາຍ​ໃບ​ປິວຕຳ​ນິຕະຕຽນ​ພຽງ​ຢາງ, ທ່ານ​ລັດຖະມົນຕີ Ryoo Kihl Jae ຖື​ວ່າ “ບໍ່​ມີ​ພື້ນຖານ​ນິຕິ​ກຳ” ​ເພື່ອ​ໃຫ້​ອຳນາດ​ການ​ບົກ​ຄອງ​ເຊີ​ອູ​ນ ​ເກືອດຫ້າມ​ບັນດາ​ການ​ກະທຳ​ນີ້. ຝ່າຍ​ສປປ.​ເກົາຫຼີ ​​ຮຽກ​ຮ້ອງ​​ສ.​ເກົາຫຼີ ສະກັດ​ກັ້ນ​ການ​ກະທຳ​ຄື​ດັ່ງກ່າວ, ຖື​ນີ້​ແມ່ນ​​ເງື່ອນ​ໄຂ​ກ່ອນ​ທີ່​ເຊື່ອມ​ຕໍ່​ການ​ເຈລະຈາ​ກ່ຽວ​ກັບ​ການ​ປັບປຸງ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ອຸດສາຫະກຳ​ລວມ Kaesong.

ຂ່າວ/ບົດ​ອື່ນ