ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ ໂອ້ລົມທາງໂທລະສັບກ່ຽວກັບບັນດາເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ

(VOVWORLD) -ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ ໂອ້ລົມທາງໂທລະສັບກ່ຽວກັບບັນດາເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ
ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ ໂອ້ລົມທາງໂທລະສັບກ່ຽວກັບບັນດາເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ - ảnh 1ລູກສອນໄຟໄວກວ່າສຽງຂອງ ສປປ.ເກົາຫຼີ
(ພາບ: KCNA/TTXVN)

ວັນທີ 13 ມັງກອນ, ກະຊວງປ້ອງກັນປະເທດ ສ.ເກົາຫຼີ ໄດ້ແຈ້ງໃຫ້ຊາບວ່າ, ບັນດາເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງຂອງປະເທດນີ້, ອາເມລິກາ ແລະ ຍີ່ປຸ່ນ ໄດ້ໂອ້ລົມທາງໂທລະສັບປຶກສາຫາລືກ່ຽວກັບບັນດາເຫດຍິງລູກສອນໄຟຫວ່າງມໍ່ໆມານີ້ຂອງ ສປປ.ເກົາຫຼີ, ພ້ອມທັງຢືນຢັນຄືນໃໝ່ຄວາມສຳຄັນຂອງການຮ່ວມມືດ້ານຄວາມໝັ້ນຄົງ 3 ຝ່າຍ.

        ການໂອ້ລົມທາງໂທລະສັບຖືກດຳເນີນພາຍຫຼັງ 2 ວັນທີ່ ສປປ.ເກົາຫຼີ ຍິງວັດຖຸບິ່ນທີ່ຖືວ່າແມ່ນລູກສອນໄຟໄວກວ່າສຽງ, ເຫດຍິງຄັ້ງທີ 2 ກໍ່ດຳເນີນໃນຮອບເວລາບໍ່ຮອດອາທິດ. ໃນການໂອ້ລົມທາງໂທລະສັບ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ Kim Man ki, ຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, ຮັບຜິດຊອບບັນດາບັນຫາຄວາມໝັ້ນຄົງ ມະຫາສະໝຸດອິນເດຍ - ປາຊີຟິກ ທ່ານ Ely Ratner ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Kazuo Masuda ໄດ້ແບ່ງປັນທັດສະນະກ່ຽວກັບຄວາມໝັ້ນຄົງຢູ່ອ້ອມແອ້ມແຫຼມ ສປປ.ເກົາຫຼີ, ລວມທັງເຫດຍິງຫຼ້າສຸດ. ແຈ້ງການຂອງກະຊວງດັ່ງກ່າວຊີ້ແຈ້ງວ່າ, ສ.ເກົາຫຼີ ແລະ ອາເມລິກາ ໄດ້ເຫັນດີຍູ້ໄວວຽກງານໄຈ້ແຍກລົງເລິກ ແລະ ບັນດາບາດກ້າວກະກຽມໃຫ້ແກ່ມາດຕະການຮັບມືຕໍ່ເຫດຍິງທົດລອງທີ່ນັບມື້ນັບຫຼາຍຂຶ້ນຂອງ ສປປ.ເກົາຫຼີ. ບັນດາເຈົ້າໜ້າທີ່ກໍ່ຢືນຢັນຄືນໃໝ່ຄວາມສຳຄັນຂອງການຮ່ວມມືຄວາມໝັ້ນຄົງ 3 ຝ່າຍ ແລະ ເຫັນດີຈັດການເຈລະຈາຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ 3 ຝ່າຍໃນເວລາທີ່ໄດ້ເຫັນດີນຳກັນໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ