ສ.ເກົາຫຼີ ປະຕິເສດ ຂໍ້ສະເໜີສັນຕິພາບຂອງ ສປປ.ເກົາຫຼີ

ສ.ເກົາຫຼີ ປະຕິເສດ ຂໍ້ສະເໜີສັນຕິພາບຂອງ ສປປ.ເກົາຫຼີ - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 01/07, ກະຊວງ​​ເອກະ​ພາບ​ສ.​ເກົາຫຼີ ​ໄດ້​ປະຕິ​ເສດ​ຂໍ້​ສະ​ເໜີ​ຂອງສປປ.​ເກົາ​ຫຼີ ກ່ຽວ​ກັບ​ການ​ຢຸດ​ຕິ​ທຸກ​ການ​ກະ​ທຳ​ທີ່​ເປັນ​ປໍ​ລະ​ປັກ​ດ້ານ​ການ​ທະຫານ​ແຕ່​ວັນທີ 04/07 ຈະ​ມາ​ເຖິງ. ຄຳ​ຖະ​ແຫຼ​ງຂອງກະຊວງ​​ເອກະ​ພາບ​ສ.​ເກົາຫຼີ  ຖື​ວ່າ ຂໍ້​ສະ​ເໜີ​ຂອງ​ຝ່າຍ​ສປປ.​ເກົາຫຼີ ​ແມ່ນ “ຂາດ​ຄວາມ​ສັດ​ຊື່”, ພ້​ອງທັງ​ປະຕິ​ເສດ​ຂໍ້​ອ້າງ​ຂອງ​ພຽງ​ຢາງ ທີ່​ເວົ້າ​ວ່າ Seul ຕ້ອງ​ຮັບຜິດຊອບ​​ການ​ພົວພັນ​ລະຫວ່າງ 2 ຝ່າຍທີ່​ພວມ​ຊົ່ວ​ຮ້າຍ​ລົງ ກໍ່​ຄື​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ທະຫານ​ທີ່ພວມ​ປິນຂັ້ນ​ໄດລະຫວ່າງ 2 ພາກ​ເກົາຫຼີ .

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 30/06, ຄະນະ​ກຳມະການ​ປ້ອງ​ກັນຊາ​ດສປປ.​ເກົາຫຼີ ​ໄດ້​ຢຸດຕິ​ບັນດາ​ການ​ກະທຳ​ທີ່​ເປັນ​ປໍ​ລະ​ປັກ​ລະຫວ່າງ 2 ພາກ​ເກົາຫຼີ ​ໂດຍ​ບໍ່​ຄາດ​ຄິດ, ພ້ອມ​ທັງ​ສະ​ເໜີ​ໃຫ້​ອາ​ເມ​ລິ​ກາ ​ແລະ ສ.​ເກົາຫຼີ ຍຸບ​ເລິກ​ການ​ຊ້ອມ​ຮົບ​ຮ່ວມ​ທີ່​ມີ​ຊື່ວ່າ “ຜູ້​ປົກ​ປັກ​ຮັກສາ​​ເສລີພາບ Ulchi” ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ 08 ຈະ​ມາ​ເຖິງ, ​ເພື່ອ​ສ້າງ​ບັນຍາກາດ​ທີ່​ຕັ້ງ​ໜ້າ​ກວ່າກ່ອນ​ທີ່​ດຳ​ເນີນ​ງານ​ມະຫາ​ກຳ​ກິລາ​ອາຊີ​ (Asian Games) ​​ແຕ່​ວັນ​ທີ 19/09 – 04/10 ຢູ່​ນະຄອນ Imcheon, ສ.​ເກົາຫຼີ. ຂໍ້​ສະ​ເໜີ​ຂອງ​ພຽງ​ຢາງ ​ໄດ້​ຍົກ​ອອກ​ມາ​ໃນ​ສະພາບ​ສປປ.​ເກົາຫຼີ ​ແລະ ສ.​ເກົາຫຼີ ພວມ​ກ້າວ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 42 ປີ​ແຫ່ງ​ວັນ​ລົງ​ນາມ​ໃນ​ຂໍ້​ຕົກລົງລະຫວ່າງ​ 2 ພາກ​ເກົາຫຼີ ີ​ເມື່ອ​ວັນ​ທີ 04/07/1972.

ຂ່າວ/ບົດ​ອື່ນ