ສ.ເກົາຫຼີ ສະເໜີ ໂຄງການລົດໄຟຂົນສົ່ງສິນຄ້າ 03 ຝ່າຍ ກັບ ສປປ.ເກົາຫຼີ ແລະ ຈີນ

(VOVWORLD) -ຄວາມຍາວທັງໝົດຂອງເສັ້ນທາງລົດໄຟດັ່ງກ່າວ ແມ່ນ 1.129 km, ສັ້ນກວ່າເຄິ່ງໜຶ່ງ ເມື່ອທຽບໃສ່ການເດີນທາງທະເລ

ວັນທີ 01 ທັນວາ, ວິທະຍຸກະຈາຍສຽງ ແລະ ໂທລະພາບ ສ.ເກົາຫຼີ ໃຫ້ຮູ້ວ່າ, ບໍລິສັດຄຸ້ມຄອງທາງລົດໄຟແຫ່ງຊາດ ສ.ເກົາຫຼີ (KORAIL) ໄດ້ນໍາສະເໜີໂຄງການລົດໄຟຂົນສົ່ງສິນຄ້າ 03 ຝ່າຍກັບ ສປປ.ເກົາຫຼີ ແລະ ຈີນ. ໃນເວທີປາໄສກ່ຽວກັບການຮ່ວມມືເສດຖະກິດລະຫວ່າງ ສ.ເກົາຫຼີີ ກັບ 03 ແຂວງ ທາງທິດຕາເວັນອອກສ່ຽງເໜືອຂອງຈີນ, ເຊິ່ງຖືກດໍາເນີນ ຢູ່ ສືງຢ໊າງ, ປະເທດຈີນ ໃນວັນທີ 30 ພະຈິກ, ຜູ້ຕາງໜ້າ ບໍລິສັດທາງລົດໄຟ ສ.ເກົາຫຼີ ສາຂາ ປະຈໍາ ປັກກິ່ງ  ໃຫ້ຮູ້ວ່າ, 03 ປະເທດ ຄວນພ້ອມກັນປະຕິບັດໂຄງການທົດລອງ ອະນຸຍາດໃຫ້ຂົນສົ່ງນໍ້າແຮ່ທາດ ດ້ວຍລົດໄຟ  ຈາກແຂວງ ຈີ໊ລິ໊ນ ຂອງຈີນ ຮອດ Uiwang, ແຂວງ  Gyeonggi ຂອງ ສ.ເກົາຫຼີ, ເຊິ່ງໄດ້ແລ່ນຜ່ານ ນະຄອນ Sinuiju ແລະ ພຽງຢາງຂອງ ສ.ປປເກົາຫຼີ. ຕາມໂຄງການແລ້ວ, ຄວາມຍາວທັງໝົດຂອງເສັ້ນທາງລົດໄຟດັ່ງກ່າວ ແມ່ນ 1.129 km, ສັ້ນກວ່າເຄິ່ງໜຶ່ງ ເມື່ອທຽບໃສ່ການເດີນທາງທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ