ສ.ເກົາຫຼີ ສະເໜີດຳເນີນການເຈລະຈາຄັ້ງສຸດທ້າຍກັບສປປ.ເກົາຫຼີ ກ່ຽວກັບເຂດອຸດສາຫະກຳລວມ Kaesong

ສ.ເກົາຫຼີ ສະເໜີດຳເນີນການເຈລະຈາຄັ້ງສຸດທ້າຍກັບສປປ.ເກົາຫຼີ ກ່ຽວກັບເຂດອຸດສາຫະກຳລວມ Kaesong - ảnh 1
(ເຂດ​ອຸດສາຫະກຳ​ລວມ Kaesong)

(vovworld) - ວັນ​ທີ 29/07,  ສ.​ເກົາຫຼີ ​ໄດ້​ສົ່ງ​ສານ​ເຖິງ ສປປ.​ເກົາຫຼີ ສະ​ເໜີ​ດຳ​ເນີນ​ການ​ເຈລະຈາ​ຄັ້ງ​ສຸດ​ທ້າຍ ກ່ຽວ​ກັບເລື່ອງອະນຸຍາດໃຫ້ເຂດ​ອຸດສາຫະກຳ​ລວມ Kaesong ເຄື່ອນໄຫວຄືນ​ໃໝ່ ​ພາຍຫຼັງຖືກ​ອັດ​ປະຕູ​​ກວ່າ 3 ​ເດືອນ​ຜ່ານ​ມາ. ສານ​ດັ່ງກ່າວ​ບໍ່​ສະ​ເໜີ​ໄລຍະເວລາ ກໍ່ຄື​ສະຖານ​ທີ່​ດຳ​ເນີນ​ການ​ເຈລະຈາ, ​ແຕ່​ສະ​ເໜີ​ໃຫ້​ຝ່າຍ ສປປ.​ເກົາຫຼີ ຕ້ອງມີ​ຄຳ​ຕອບຢ່າງ​ໄວ້. ສ.​ເກົາຫຼີ ​ໄດ້ຍົກ​ອອກ​ຂໍ້​ສະ​ເໜີ​ດັ່ງກ່າວ​ພາຍ​ຫຼັງ 2 ຝ່າຍ​ດຳ​ເນີນ​ການ​ເຈລະຈາ​ຂັ້ນ​ນັກວິຊາການ 6 ຄັ້ງ​ກ່ຽວ​ກັບ​ເຂດ​ອຸດສາຫະກຳ Keasong ​ແຕ່​ບໍ່​ບັນລຸ​ໄດ້​ບາດກ້າວ​ໃດໆ. ວັນ​ທີ 28/07 ຜ່ານ​ມາ, ທ່ານ​ລັດຖະມົນຕີ​ກະຊວງທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ ສ​ເກົາຫຼີ Ryoo Kihl Jae ​ໃຫ້​ຮູ້​ວ່າ ​ເຊີ​ອູ​ນ ຈະ​ຍົກ​ອອກ​ຂໍ້​ສະ​ເໜີ​ສຸດ​ທ້າຍກ່ຽວ​ກັບ​ການ​ເຈລະຈາ​ກັບ ສປປ.​ເກົາຫຼີ, ພ້ອມ​ທັງ​ກ່າວ​ເຕື່ອນວ່າ ສ.​ເກົາຫຼີ ອາດ​ຈະ​ຢຸດຕິ​ການ​ຮ່ວມ​ມື​ກ່ຽວ​ກັບ​ເຂດ​ອຸດສາຫະກຳ​ລວມນີ້.
ຂ່າວ/ບົດ​ອື່ນ