ສ.ເກົາຫຼີ ອະທິບາຍເລື່ອງຢຸດຕິບັນດາລາຍການໄປທ່ອງທ່ຽວຢູ່ພູ Kumgang ຂອງສປປ.ເກົາຫຼີ

(VOVWORLD) -ບັນດາລາຍການໄປທ່ອງທ່ຽວຢູ່ເຂດພູ Kumgang ຂອງຊາວສ.ເກົາຫຼີ ແມ່ນອີງໃສ່ເລື່ອງກະຊວງທ້ອນໂຮມຊາດຮັບຜິດຊອບບັນດາບັນຫາລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະອະນຸຍາດຫຼືບໍ່.

ວັນທີ 24 ຕຸລາ, ທ່ານນາງລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Kyung wha ໃຫ້ຮູ້ວ່າ, ປະເທດນີ້ໄດ້ຢຸດຕິບັນດາລາຍການໄປທ່ອງທ່ຽວຢູ່ເຂດພັກຜ່ອນບຳລຸງສຸຂະພາບພູ Kumgang, ເຊິ່ງແມ່ນເຂດທັດສະນີຍະພາບຂອງສປປ.ເກົາຫຼີ “ກ່ຽວກັບດ້ານພື້ນຖານ” ແມ່ນບໍ່ຂຶ້ນກັບບັນດາຄຳສັ່ງລົງໂທດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ສຳລັບພຽງຢາງ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ເຊີອູ່ນ, ທ່ານນາງລັດຖະມົນຕີການຕ່າງປະເທດ Kyung wha ເນັ້ນໜັກວ່າ, ບັນດາລາຍການໄປທ່ອງທ່ຽວຢູ່ເຂດພູ Kumgang ຂອງຊາວສ.ເກົາຫຼີ ແມ່ນອີງໃສ່ເລື່ອງກະຊວງທ້ອນໂຮມຊາດຮັບຜິດຊອບບັນດາບັນຫາລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະອະນຸຍາດຫຼືບໍ່.

        ຄຳຖະແຫຼງດັ່ງກ່າວຂອງທ່ານນາງ Kyung wha ຖືກຍົກອອກມາ ພາຍຫຼັງການນຳສປປ.ເກົາຫຼີ Kim Jong un ມີຄຳສັ່ງຮື້ຖອນບັນດາພື້ນຖານໂຄງລ່າງການທ່ອງທ່ຽວໂດຍສ.ເກົາຫຼີ ກໍ່ສ້າງກ່ອນນີ້ຢູ່ພູ Kumgang ພາຍຫຼັງບັນລຸໄດ້ຂໍ້ຕົກລົງກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຝ່າຍສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ