ສ.ເກົາຫຼີ ອະນຸມັດຜ່ານ ບ້ວງເງິນອຸປະຖຳ 6 ລ້ານ USD ໃຫ້ແກ່ ສປປ.ເກົາຫຼີ

ສ.ເກົາຫຼີ ອະນຸມັດຜ່ານ ບ້ວງເງິນອຸປະຖຳ 6 ລ້ານ USD ໃຫ້ແກ່ ສປປ.ເກົາຫຼີ - ảnh 1
ເດັກນ້ອຍສປປ.​ເກົາຫຼີ
(ພາບ: EPA)

(vovworld) - ວັນ​ທີ 06 ສິງຫາ, ກະຊວງ​ທ້ອນ​ໂຮມປະ​ເທດ​ເປັນ​ເອກະ​ພາບ​ສ.​ເກົາຫຼີ ຖະ​ແຫຼ​ງວ່າ ປະ​ເທດ​ນີ້​ໄດ້​ອະນຸມັດ​ຜ່ານ​ບ້ວງ​ເງິນ​ອຸປະຖຳ​ທີ່​ມີ​ມູນ​ຄ່າ 6 ລ້ານ USD ​ໃຫ້​ແກ່​ສປປ.​ເກົາຫຼີ. ນີ​ແມ່ນ​ບ້ວງ​ເງິນ​ອຸປະຖຳ​ທຳ​ອິດ​ຂອງ​ເຊີ​ອຸນ ທີ່ສະ​ຫງວນ​ໃຫ້​ພຽງ​ຢາງ ນັບ​ແຕ່​ທ່ານ​ນາງປະທານ​ນາ​ທິບໍດີ Park Geun hye ຮັບ​ດຳລົງ​ຕຳ​ແໜ່​ງ​​ເມື່ອເດືອນ ກຸມພາ ຜ່ານ​ມາ. ຖະ​ແຫຼ​ງການ​​ຂອງ​ກະຊວງ​ທ້ອນ​ໂຮມປະ​ເທດ​ເປັນ​ເອກະ​ພາບ​ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ ​ເຊີ​ອຸນ ຈະສົ່ງ​ບ້ວງ​ເງິນ​ອຸປະຖຳ​ນີ້​ ເຖິງ​ກອງ​ທຶນ​ເຍົາວະ​ຊົນ​ສະຫະ​ປະຊາ​ຊາດ​ໃນ​ວັນ​ທີ 07 ສິງຫາ ເພື່ອ​ຊື້ ວັກ​ຊີ​ນ, ​ອຸປະ​ກອນ​ການ​ແພດ ​ແລະ ທັນ​ຍະ​ຫານ​ໃຫ້​ແກ່​ເດັກນ້ອຍສປປ.​ເກົາຫຼີ ​ໃນ​ປີ 2014.

        ​ໃນ​ຂະນະ​ນັ້ນ, ກ່ຽວ​ກັບ​ບັນຫາ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວຢູ່​ເຂດ​ອຸດສາຫະກຳ​ຮ່ວມ Kaesong ລະຫວ່າງ 2 ພາກ​ເກົາຫຼີ ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ. ​ 2 ຝ່າຍ ​ໄດ້​ດຳ​ເນີນ​ຮອບເຈລະຈາ​ເປັນ 6 ຄັ້ງແຕ່​ບໍ່​ສາມາດ​ແກ້​ໄຂ​ຄວາມ​ບໍ່​ລົງ​ລວຍ​ກັນ​ກ່ຽວ​ກັບ​ບັນດາ​ເງື່ອນ​ໄຂ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ເຂດ​ອຸດສາຫະກຳ​ນີ້. ສ.​ເກົາຫຼີ ​ໄດ້​ສະ​ເໜີ​ດຳ​ເນີນ​ຮອບ​ເຈລະຈາ​ອີກ​ຄັ້ງ​ໜຶ່ງ, ​ແຕ່ຝ່າຍ​ສປປ.​ເກົາຫຼີ ຍັງ​ບໍ່​ມີຄ​ຳຕອບ.

ຂ່າວ/ບົດ​ອື່ນ