ສ.ເກົາຫຼີ, ອາເມລິກາ ເຫັນດີເປັນເອກະພາບຮ່ວມມືຢ່າງແໜ້ນແຟ້ນໃນບັນຫາການທະຫານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ

(VOVWORLD) - ວັນທີ 27 ກັນຍາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Jeong Kyeong-doo ແລະ ຄູ່ຕຳແໜ່ງ ອາເມລິກາ James Mattis ໄດ້ດຳເນີນການໂອ້ລົມທາງໂທລະສັບ
ສ.ເກົາຫຼີ, ອາເມລິກາ ເຫັນດີເປັນເອກະພາບຮ່ວມມືຢ່າງແໜ້ນແຟ້ນໃນບັນຫາການທະຫານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ - ảnh 1ພາບປະກອບ/ AFP/TTXVN

ແລະ ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດຂໍ້ຕົກລົງການທະຫານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ເຊິ່ງໄດ້ລົງນາມໃນອາທິດກ່ອນ, ແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງ ແລະ ຫຼີກລ້ຽງບັນດາການປະທະກັນໂດຍບັງເອີນ. ໃນແຈ້ງການຂ່າວ, ກະຊວງປ້ອງກັນປະເທດ ສ.ເກົາຫຼີ ຊີ້ແຈ້ງວ່າ: “ລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບຮັກສາສະພາບສົມທົບກັນທາງການທະຫານໃຫ້ໝັ້ນຄົງ, ມີການຕິດພົວພັນຕໍ່ ແລະ ຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາວົງການເຈົ້າໜ້າທີ່ການທະຫານ ສ.ເກົາຫຼີ ແລະ ອາເມລິກາ ໃນຂະນະທີ່ດຳເນີນວິວັດທະນາການປະຕິບັດຂໍ້ຕົກລົງການທະຫານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ”.

       ລັດຖະມົນຕີ 2 ທ່ານກໍ່ເຫັນດີເປັນເອກະພາບວ່າ ການຮ່ວມມືລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ ພວມກາຍເປັນບັນຫາສຳຄັນກ່ວາເວລາໃດໝົດ, ຕໍ່ກັບສະພາບການຄວາມໝັ້ນຄົງພວມມີການປ່ຽນແປງຢູ່ແຫຼມ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ