ສ.ເກົາຫຼີ ຮຽກຮ້ອງການເຈລະຈາກັບ ສປປ.ເກົາຫຼີ

(VOVWORLD) -ທ່ານ Moon Jae in ຍອມຮັບວ່າ ສ.ເກົາຫຼີ ຍັງມີເສັ້ນທາງຍາວໄກທີ່ຕ້ອງເດີນຕາມ ເພື່ອປົວແປງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ

ວັນທີ 03 ມັງກອນ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ໃຫ້ຮູ້ວ່າ ຈະສືບຕໍ່ມານະພະຍາຍາມປະຕິບັດໜ້າທີ່ຈົນໝົດອາຍຸການ ເພື່ອນຳມາເຊິ່ງສັນຕິພາບແບບຍືນຍົງໃນແຫຼມເກົາຫຼີ, ພ້ອມທັງຮຽກຮ້ອງການເຈລະຈາ ແລະ ຮ່ວມມືກັບ ສປປ.ເກົາຫຼີ.

        ໃນບົດກ່າວປາໄສເນື່ອງໃນໂອກາດບຸນປີໃໝ່ສຸດທ້າຍໃນອາຍຸການເປັນປະທານາທິບໍດີຂອງຕົນ, ທ່ານ Moon Jae in ຍອມຮັບວ່າ ສ.ເກົາຫຼີ ຍັງມີເສັ້ນທາງຍາວໄກທີ່ຕ້ອງເດີນຕາມ ເພື່ອປົວແປງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໂດຍບໍ່ຫົວຊາຕໍ່ເລື່ອງບັນລຸໄດ້ຜົນງານຫຼາຍຢ່າງໃນອາຍຸການ 5 ປີຂອງທ່ານ. ທ່ານ Moon Jae in ເນັ້ນໜັກວ່າ, ຖ້າຫາກ ເຊີອຸ່ນ ແລະ ພຽງຢາງ ເຊື່ອມຕໍ່ການເຈລະຈາ ແລະ ຮ່ວມມືນຳກັນ, ປະຊາຄົມສາກົນຈະສະໜັບສະໜູນ.

ຕອບກັບ

ຂ່າວ/ບົດ​ອື່ນ