ສ.ເກົາຫຼີ: ເຊື່ອມຕໍ່ເສັ້ນທາງລົດໄຟSeoul-Wonsanຄືນໃໝ່

ສ.ເກົາຫຼີ: ເຊື່ອມຕໍ່ເສັ້ນທາງລົດໄຟSeoul-Wonsanຄືນໃໝ່ - ảnh 1
(ພາບປະກອບ: AFP)

​​(vovworld) - ວັນ​ທີ 12/07, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງທ້ອນໂຮມຊາດ ສ.​ເກົາຫຼີ Hong Yong pyo ສະ​ແດງ​ຄວາມ​ຫວັງ​ວ່າ ການ​ເຊື່ອມ​ຕໍ່ເສັ້ນທາງ​ລົດ​ໄຟລະຫວ່າງ​ນະ​ຄອນ​ຫຼວງ Seoul ຂອງ​ສ.​ເກົາຫຼີ ​ແລະ ນະຄອນ Wonsan ຂອງ​ສປປ.​ເກົາຫຼີ ຄືນ​ໃໝ່ ຈະ​ແມ່ນ​ຈຸດ​ເລີ່​ມຕົ້ນ​ໃຫ້ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. ຕາມ​ທ່ານ Hong Yong pyo ​ແລ້ວ, ບັນດາ​ເສັ້ນທາງ​ລົດ​​ໄຟດັ່ງ​ກ່າວ​ແມ່ນຊ່ອງ​ເຊື່ອມ​ຕໍ່​ແທດ​ຈິງສຳລັບ 2 ປະ​ເທດ. ທ່ານ​ກໍ່​ຮັບ​ຮູ້​ວ່າ, ມີ​ຫຼາຍ​ໂຄງການ​ເຊິ່ງ 2 ປະ​ເທດ ສາມາດ​ຮ່ວມ​ມື, ​ເນັ້ນ​ໜັກ​ວ່າ ຫຼັກໝັ້ນ​ຂອງ​ລັດຖະບານ​ສ.​ເກົາຫຼີ ​ແມ່ນ​ແກ້​ໄຂ​ທຸກ​ຄວາມ​ບໍ່​ລົງ​ລອຍ​ກັນ​ກັບສປປ.​ເກົາ​ຫຼີ ​ໂດຍຜ່ານ​ການ​ເຈລະຈາ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ພຽງ​ຢາງ ກັບ​ຄືນ​ໂຕະ​ເຈ​ລະຈາ.

      ລັດຖະບານ​ສ.​ເກົາຫຼີ ​ຖະ​ແຫຼ​ງ​ເມື່ອ​ເດືອ​ນ 06 ວ່າ ​ຈະເລີ່​ມຕົ້ນ​ສ້ອມ​ແປ​ງ​ເສັ້ນທາງ​ລົດ​​ໄຟທີ່ມີ​ຄວາມ​ຍາວ​ເກືອ​ບ 12 ກມ ​ໃນ​ເດືອນ 08/2015 ​ແລະ ຈະ​ປະຕິບັດສຳ​ເລັດ​ໃນ​ປີ 2017 ດ້ວຍ​ຍອດ​ເງິນ​ລົງທຶນ​ປະມານ 135 ລ້ານ USD.

ຂ່າວ/ບົດ​ອື່ນ