ສ.ເກົາຫຼີ ແລະ ຈີນ ເຈລະຈາດ້ານການທູດ ແລະ ການປ້ອງກັນ ຄວາມສະຫງົບ

ສ.ເກົາຫຼີ ແລະ ຈີນ ເຈລະຈາດ້ານການທູດ ແລະ ການປ້ອງກັນ ຄວາມສະຫງົບ - ảnh 1
(ພາບປະກອບ: NEWS.CN)

(vovworld) –  ​ສ.​ເກົາຫຼີ ​ແລະ ຈີນ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ຄັ້ງ​ທີ 2 ກ່ຽວ​ກັບດ້ານ​ການ​ທູດ ​ແລະ ການ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ວັນ​ທີ 5/1 ຢູ່ ​ເຊີ​ອູ​ນ. ຝ່າຍ​ສ.​​ເກົາຫຼີ ​ໂດຍ​ທ່ານ​ຫົວໜ້າກົມ​ lee Sang Deok  ຮັບຜິດຊອບ​ບັນດາ​ບັນຫາອາຊີ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ນຳ​ໜ້າ ​ແລະ ຝ່າຍ​ຈີນ ​ໂດຍ​ທ່ານ​ຮອງ​ຫົວໜ້າກົມ ຄຸງ​ຊວນ​ຢູ ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເປັນ​ຫົວໜ້າ​ຄະນະ. ການ​ເຈລະຈາ​ເຕື້ອງ​ເຖິງ​ບັນດາ​ບັນຫາ​ຄື: ສປປ. ​ເກົາຫຼີ ​ເຊິ່ງລວມມີ​ຂໍ້​ສະ​ເໜີ​ສັນຕິພາບ​​ໂດຍພຽງ​ຢາງຝາກ​ໃຫ້ພາກ​ໃຕ້ຫວ່າງ​ແລ້ວນີ້. ວິທີ​ຊອກ​ຫາບາດ​ກ້າວບຸກທະລຸ​ໃນ​ການ​ແກ້​ໄຂບັນຫາ​ນິວ​ເຄຼີຍຂອງພຽງ​ຢາງ ກໍ່​ແມ່ນ​ບັນຫາ​ສຳຄັນ​ຂອງ​ລາຍການ​ດຳ​ເນີນ​ງານ. ສ.​ເກົາຫຼີ ກໍ່​ແຈ້ງ​​​ໃຫ້ ຈີນ ຊາບກ່ຽວ​ກັບ​ຂໍ້​ຕົກລົງ​ຂອງສ.​ເກົາຫຼີ, ​ອາ​ເມ​ລິ​ກາ, ຍີ່ປຸ່ນ ​ໃນ​ການ​ແບ່ງປັນ​ຂໍ້​ມູນ​ດ້ານ​ການ​ທະຫານ​ກ່ຽວ​ກັບ​ຄວາມ​ສາມາດ​ດ້ານ​ນິວ​ເຄີຼຍ ​ແລະ ລູກ​ສອນ​ໄຟ​ຂອງ ສປປ. ​ເກົາຫຼີ.

ຂ່າວ/ບົດ​ອື່ນ