ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຮ່ວມກັນຈັດຕັ້ງເຫດການສະເຫຼີມສະຫຼອງການພົບປະສຸດຍອດປີ 2007

(VOVWORLD) - ບັນດາຜູ້ຕາງໜ້າຂອງສອງຝ່າຍເຂົ້າຮ່ວມພິທີສະເຫຼີມສະຫຼອງ ໄດ້ຮຽກຮ້ອງປະຕິບັດບັນດາຂໍ້ຕົກລົງຂັ້ນສຸດຍອດຫວ່າງແລ້ວນີ້ຂອງການນຳສອງປະເທດຢ່າງຄົບຖ້ວນ.

ວັນທີ 5 ຕຸລາ, ສ. ເກົາຫຼີ ແລະ ສປປ ເກົາຫຼີ ເປັນຄັ້ງທຳອິດທີ່ໄດ້ຮ່ວມກັນຈັດຕັ້ງເຫດການເພື່ອແນໃສ່ສະເຫຼີມສະຫຼອງ 11 ປີແຫ່ງວັນດຳເນີນການພົບປະສຸດຍອດ ຄັ້ງທີ 2 ໃນວັນທີ 4 ຕຸລາ 2007, ດ້ວຍການເຂົ້າຮ່ວມຂອງຊາວ ເກົາຫຼີ ປະມານ 160 ຄົນ, ເຊິ່ງລວມມີບັນດາເຈົ້າທີ່ລັດຖະບານ, ບັນດານັກການເມືອງ, ບັນດາຜູ້ຕາງໜ້າພົນລະເຮືອນ, ສາສະໜາ ແລະ ວັດທະນະທຳ.

        ບັນດາຜູ້ຕາງໜ້າຂອງສອງຝ່າຍເຂົ້າຮ່ວມພິທີສະເຫຼີມສະຫຼອງ ໄດ້ຮຽກຮ້ອງປະຕິບັດບັນດາຂໍ້ຕົກລົງຂັ້ນສຸດຍອດຫວ່າງແລ້ວນີ້ຂອງການນຳສອງປະເທດຢ່າງຄົບຖ້ວນ. ບັນດາຜູ້ແທນກໍ່ຮຽກຮ້ອງໃຫ້ ແຫຼມເກົາຫຼີ ກາຍເປັນເຂດປອດອາວຸດນິວເຄຼຍ ແລະ ບໍ່ມີໄພນາບຂູ່ດ້ານນິວເຄຼຍ, ໃນຂະນະທີ່ພ້ອມກັນມານະພະຍາຍາມເປີດກ້ວາງບັນດາການແລກປ່ຽນ ແລະ ການຮ່ວມມືຂ້າມຊາຍແດນ.

        ກ່ອນນີ້ 11 ປີ, ທ່ານປະທານາທິບໍດີ ສ. ເກົາຫຼີ Roh Moo –hyun ແລະ ການນຳ ສປປ ເກົາຫຼີ Kim Jong – il ໄດ້ພົບປະກັນ ແລະ ລົງນາມໃນຖະແຫຼງການໃນວັນທີ 4 ຕຸລາ, ໃນນັ້ນມີຄຳໝັ້ນສັນຍາຮ່ວມມືເພື່ອແນໃສ່ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຫລຸດຜ່ອນຄວາມເຄັ່ງຕຶງ ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງ ສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ