ສ.ເກົາຫຼີ ໜູນຊ່ວຍ ຕຳຫຼວດທະເລ ຫວຽດນາມບຳລຸງ ສ້າງແຫຼ່ງຊັບພະ ຍາກອນມະນຸດທີ່ມີຄຸນນະພາບສູງ

ສ.ເກົາຫຼີ ໜູນຊ່ວຍ ຕຳຫຼວດທະເລ ຫວຽດນາມບຳລຸງ ສ້າງແຫຼ່ງຊັບພະ ຍາກອນມະນຸດທີ່ມີຄຸນນະພາບສູງ - ảnh 1
ພົນ​​ເອກ ຟຸ່ງກວາງ​ແທງ
ຕ້ອນຮັບພົນ​ຈັດ​ຕະວາ Choi Sang Hwan
(ພາບ: qdnd.vn)


(vovworld) - ວັນ​ທີ 28/06, ທ່ານ​ລັດ​ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ພົນ​​ເອກ ຟຸ່ງກວາງ​ແທງ ​ໄດ້​ມີ​ການຕ້ອນຮັບພົນ​ຈັດ​ຕະວາ Choi Sang Hwan, ຫົວໜ້າກົມ​ໃຫຍ່​ກົມ​ປະກອບອາວຸດ ​ແລະ ​ເຕັກ​ໂນ​ໂລ​ຊີ ສັງກັດ​ກອງ​ບັນຊາ​ການ​ຕຳຫຼວດ​ທະ​ເລ​ສ.​ເກົາຫຼີ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ພົນ​​ເອກ ຟຸ່ງກວາງ​ແທງ ​ເນັ້ນໜັກ​ວ່າ ສ.​ເກົາຫຼີ ​ໄດ້​ປະກອບສ່ວນ​ສຳຄັນ​​ເຂົ້າ​ໃນ​ວິວັດ​ການ​ປ່ຽນ​ໃໝ່, ພັດທະນາ​ພື້ນຖານ​ເສດຖະກິດ​ຫວຽດນາມ ຢ່າງຮອບດ້ານ. ທ່ານ​ລັດ​ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ຟຸ່ງກວາງ​ແທງ ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ກຳລັງ​ຕຳ​ຫຼວດທະ​ເລ​ຂອງ 2 ປະ​ເທດ ຈະ​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ. ສ່ວນ​ຝ່າຍ​ສ.​ເກົາຫຼີ, ພົນ​ຈັດຕະວາ Choi Sang Hwan​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຕຳຫຼວດ​ທະ​ເລ​ ສ.​ເກົາຫຼີ ຈະ​ໜູນ​ຊ່ວຍ​ຕຳຫຼວດ​ທະ​ເລ​ຫວຽດນາມ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດທີ່​ມີ​ຄຸນ​ນະພາ​ບສູງ, ຍົກ​ສູງ​ຄວາມ​ສາມາດ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ກໍ່​ຄື​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງຊາດ​ບົນ​ທະ​ເລ.
ຂ່າວ/ບົດ​ອື່ນ