ສ.ເກົາຫຼີຈັດກອງປະຊຸມເພື່ອກະກຽມໃຫ້ການຢ້ຽມຢາມຂອງເຈົ້າໜ້າທີ່ຂັ້ນສູງສປປ.ເກົາຫຼີ

(VOVWORLD) -ວັນທີ 22 ກຸມພາ, ຢູ່ທຳນຽບຂຽວ (ໝາຍເຖິງທຳນຽບປະທານາທິບໍດີສ.ເກົາຫຼີ) ໄດ້ຮຽກໂຮມກອງປະຊຸມສະພາປ້ອງກັນຄວາມສະຫງົບແຫ່ງຊາດ (NSC)

ສ.ເກົາຫຼີຈັດກອງປະຊຸມເພື່ອກະກຽມໃຫ້ການຢ້ຽມຢາມຂອງເຈົ້າໜ້າທີ່ຂັ້ນສູງສປປ.ເກົາຫຼີ - ảnh 1 ສ.ເກົາຫຼີຈັດກອງປະຊຸມເພື່ອກະກຽມໃຫ້ການຢ້ຽມຢາມຂອງເຈົ້າໜ້າທີ່ຂັ້ນສູງວສປປ.ເກົາຫຼີ

(ພາບປະກອບ: YONHAP/ TTXVN)

ເພື່ອປຶກສາຫາລືວຽກງານກະກຽມໃຫ້ແກ່ການຢ້ຽມຢາມທີ່ຈະມາເຖິງຂອງບັນດາເຈົ້າໜ້າທີ່ຂັ້ນສູງສປປ.ເກົາຫຼີ ເພື່ອເຂົ້າຮ່ວມພິທີປິດ Olympic ລະດູໜາວ Pyeong Chang 2018.

        ທ່ານ Chung eui yong, ຫົວໜ້າກຸ່ມໃຫ້ຄຳປຶກສາດ້ານປ້ອງກັນຄວາມສະຫງົບຂອງປະທານາທິບໍດີ ໄດ້ເປັນປະທານກອງປະຊຸມດັ່ງກ່າວພຽງໃນເວລາ 2 – 3 ຊົ່ວໂມງ, ພາຍຫຼັງພຽງຢາງ ແຈ້ງວ່າ ຈະຈັດສົ່ງຄະນະຜູ້ແທນຂັ້ນສູງໄປເຖິງສ.ເກົາຫຼີ ເພື່ອເຂົ້າຮ່ວມພິທີປິດ Olympic ໃນວັນທີ 25 ກຸມພາຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ