ສ.ເກົາຫຼີຈັບຕົວອະດີດເລຂາຂອງປະທານາທິບໍດີParkGeun-hyeຢ່າງເປັນທາງການ

ສ.ເກົາຫຼີຈັບຕົວອະດີດເລຂາຂອງປະທານາທິບໍດີParkGeun-hyeຢ່າງເປັນທາງການ - ảnh 1
ທ່ານ Ahn Jong-beom ອະດີດ​ເລຂາຂອງທ່ານ
​ນາງ​ປະທານາທິບໍດີ ສ.​ເກົາຫຼີ Park Geun-hye
(ພາບ: AP)

(vovworld) - ທ່ານ Ahn Jong-beom ອະດີດ​ເລຂາຂອງທ່ານ​ນາງ​ປະທານາທິບໍດີ ສ.​ເກົາຫຼີ Park Geun-hye ​ໄດ້​ຖືກ​ຈັບ​ຕົວຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ທີ 06/11 ພາຍຫລັງ​ທ່ານ Ahn Jong-beom ລາ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ຕົ້ນ​ອາທິດ ​ໂດຍ​ ​ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ເຫດການ​ການ​ເມືອງ ທີ່​ກ່ຽວຂ້ອງ​ເຖິງ​ສ່ຽວ​ຮັກຂອງ​ທ່ານນາງ Park. ສຳນັກ​ຂ່າວສານ Yonhap ​​ໃຫ້​ຂ່າວ​ວ່າ ສານ​ເມືອງ​ສູນກາງ ​ເຊີ​ອູ​ນ ​ໄດ້​ອອກ​ຄຳ​ສັ່ງ​ຈັບ​ຕົວ​ທ່ານ Ahn Jong-beom ອະດີດ​ເປັນ​ເລ​ຂາ​ຮັບຜິດຊອບ​ບັນ​ຫາ​ສົມທົບ​ນະ​ໂຍບາຍ​ຂອງທ່ານ​ນາງ​ປະທານາທິບໍດີ Park Geun-hye ​ໂດຍ​ສົງ​ໄສທ່ານ Ahn Jong-beom ສວຍ​ໃຊ້ສິດ​ອຳນາດ. ບັນດາ​​ເຈົ້າ​ໜ້າ​ທີ່​ໄອ​ຍະ​ການ​ສົງ​ໄສ​ທ່ານ Ahn Jong-beom ​ໄດ້ສົມຮູ້​ຮ່ວມ​ຄິດ​ກັບ​ທ່ານ​ນາງ Choi Soon-sil, ສ່ຽວ​ຮັກ​ຂອງ​ທ່ານ​ນາງ Park Geun-hye ​ແລະ ​​ແມ່ນ​ບຸກຄົນ​ຕົ້ນຕໍ​ຂອງ​ເຫດການສັບສົນ​ດ້ານ​ການ​ເມືອງນີ້.

 

ຂ່າວ/ບົດ​ອື່ນ