ສ.ເກົາຫຼີຕັ້ງຄວາມຫວັງບັນລຸບາດກ້າວທີ່ໃຫຍ່ຫຼວງມຸ່ງໄປເຖິງການສ້າງສັນຕິພາບແທດຈິງຢູ່ແຫຼມເກົາຫຼີຢ່າງແທ້ຈິງ

(VOVWORLD) -ທ່ານນາງ Kang Kyung wha, ຊີ້ແຈ້ງວ່າ: “ໜ້າທີ່ຂອງປີນີ້ແມ່ນບັນລຸບາດກ້າວທີ່ໃຫຍ່ຫຼວງ ມຸ່ງໄປເຖິງການຢຸດຕິສະພາບສູ້ຢັນກັນຢູ່ແຫຼມເກົາຫຼີ ແລະ ສ້າງພື້ນຖານສັນຕິພາບຢ່າງແທ້ຈິງ”.

ສ.ເກົາຫຼີຕັ້ງຄວາມຫວັງບັນລຸບາດກ້າວທີ່ໃຫຍ່ຫຼວງມຸ່ງໄປເຖິງການສ້າງສັນຕິພາບແທດຈິງຢູ່ແຫຼມເກົາຫຼີຢ່າງແທ້ຈິງ - ảnh 1 ທ່ານນາງລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Kang Kyung wha

(ພາບ: AFP/TTXVN)

ວັນທີ 02 ມັງກອນ, ທ່ານນາງລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Kang Kyung wha ໄດ້ສະແດງຄວາມຫວັງກ່ຽວກັບບາດກ້າວ “ໃຫຍ່” ໃນປີໃໝ່ ສຳລັບການສ້າງ ພື້ນຖານສັນຕິພາບ “ຢ່າງແທ້ຈິງ” ຢູ່ແຫຼມເກົາຫຼີ, ໂດຍບໍ່ຫົວຊາຕໍ່ຄວາມລະແວງສົງໄສທີ່ນັບມື້ນັບເພີ່ມຂຶ້ນກ່ຽວກັບບັນດາການເຈລະຈານິວເຄຼຍພວມຖືກຢຸດສະງັກກັບພຽງຢາງ. ກ່າວຄຳເຫັນທີ່ກອງປະຊຸມຂອງກະຊວງການຕ່າງປະເທດສ.ເກົາຫຼີ ໃນຕົ້ນປີໃໝ່ 2020, ທ່ານນາງ Kang Kyung wha, ຊີ້ແຈ້ງວ່າ: “ໜ້າທີ່ຂອງປີນີ້ແມ່ນບັນລຸບາດກ້າວທີ່ໃຫຍ່ຫຼວງ ມຸ່ງໄປເຖິງການຢຸດຕິສະພາບສູ້ຢັນກັນຢູ່ແຫຼມເກົາຫຼີ ແລະ ສ້າງພື້ນຖານສັນຕິພາບຢ່າງແທ້ຈິງ”.

          ໃນເຫດການທີ່ກ່ຽວຂ້ອງ, ວັນທີ 02 ມັງກອນ, ໂຄສົກກະຊວງການຕ່າງປະເທດຈີນ ເກິງຊວາງ ໄດ້ໃຫ້ຮູ້ຫຼັກໝັ້ນຂອງຈີນ ແມ່ນບໍ່ຢາກເພີ່ມທະວີຄວາມເຄັ່ງຕຶງໃນແຫຼມເກົາຫຼີ, ພາຍຫຼັງການນຳສປປ.ເກົາຫຼີ Kim Jong un ກ່າວເຕືອນກ່ຽວກັບ “ອາວຸດຍຸດທະສາດປະເພດໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ