ສ.ເກົາຫຼີປະຕິຮູບຫ້ອງວ່າການປະທານາທິບໍດີ

ສ.ເກົາຫຼີປະຕິຮູບຫ້ອງວ່າການປະທານາທິບໍດີ - ảnh 1
ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດິ​ສ.ເກົ​ນ​ຫຼີ Park Geun hye
(ພາບ​ປະ​ກອບ: AFP)

(vovworld) - ​​​ ​ວັນ​ທີ 30/10, ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດິ​ສ.ເກົ​າ​ຫຼີ Park Geun hye ໄດ້​ດຳ​ເນີນ​ການ​ປະ​ຕິ​ຮູບຫ້ອ​ງວ​່າ​ການ​​ປະ​ທາ​ນາ​ທິ​ບໍ​ດີ​ສ່ວນ​ໜຶ່ງ, ໃນ​ສະ​ພາບ​ທີ່​ທ່ານ​ນາງ​ພວມ​ຖືກກ່າວ​ຫາ​ວ່າ​ໄດ້​ໃຫ້​​​ສ່ຽວ​ຜູ້​ໜຶ່ງແຊກ​ແຊງ​ເຂົ້າ​ບັນ​ດາ​ບັນ​ຫາ​​ທີ່​ສຳ​ຄັນ​ຂອງ​ຊາດ. ທ່ານນາງ Park Geun hye ໄດ້​ເຫັນ​ດີ​ຕໍ່​ໃບ​ຂໍ​ລາ​ອອກ​ຈາກ​​ຕຳ​ແໜ່ງ​ຂອງ​ຜູ້​ທີ່​ໃຫ້​ຄຳ​ປຶກ​ສາ​ຂັ້ນ​ສູງ 5 ​ທ່ານ, ໃນ​ນັ້ນ​ມີຫົວ​ໜ້າ​ຫ້ອງ​​ວ່າການ​ປະ​ທາ​ນາ​ທິ​ບໍ​ດີ ແລະ ບັນ​ດາ​ເລ​ຂາ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ປະ​ສານ​ງານ​ນະ​ໂຍ​ບາຍ, ພົນ​ລະ​ເຮືອນ, ການ​ເມືອງ ແລະ ບັນ​ດາ​ການ​ພົວ​ພັນ​ພາກ​ລັດ. ຫຼັງ​ຈາກນັ້ນ, ທ່ານ​ນາງ Park Geun hye ໄດ້​ຕ​ົກ​ລົງ​ແຕ່ງ​ຕັ້ງ​ທ່ານ​ອະ​ດີດນັກ​ໄອ​ຍະ​ການ Choi Jai kyeong ຮັບ​ດຳ​ລົງ​ຕຳ​ແໜ່ງ​ເລ​ຂາ​ຂັ້ນ​ສູງ ຮັບ​ຜິດ​ຊອບ​ບັນ​ດາ​ບັນ​ຫາ​ພົນ​ລະ​ເຮືອນ; ທ່ານ​ອະ​ດີດ​ໂຄ​ສົກ​ສະ​ພາ​ແຫ່ງ​ຊາດ Bae Sung rye ເປັນ​ຫົ​ວ​ໜ້າ​ຄະ​ນະເລ​ຂາ​ຮັບ​ຜິດ​ຊອບ​ບັນ​ດາ​ບັນ​ຫາ​ພ​າກ​ລັດ. ຖະ​ແຫຼງ​ການ​ຂອງ​ຫ້ອງວ່າ​ການ​ປະ​ທາ​ນາ​ທິ​ບໍ​ດີ​ໃຫ້​ຮູ້​ວ່າ, 3 ຕຳ​ແໜ່ງ​ຍັງ​ເຫຼື​ອ​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​​ໃນ​ໄວ​ໆ​ນີ້.

ຂ່າວ/ບົດ​ອື່ນ