ສເກົາຫລີຮຽກຮ້ອງສປປເກົາຫລີດຳເນີນການເຈລະຈາ

ສເກົາຫລີຮຽກຮ້ອງສປປເກົາຫລີດຳເນີນການເຈລະຈາ - ảnh 1
ທ່ານ Hong Yong Pyo, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ທ້ອນ​ໂຮມ​ຊາດ​ ສ​ເກົາ​ຫລີ

(vovworld)-​ວັນ​ທີ 26/7, ທ່ານ Hong Yong Pyo, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ທ້ອນ​ໂຮມ​ຊາດ​ຂອງ ສ​ເກົາ​ຫລີ ໄດ້​ຮຽກ​ຮ້ອງ ສ​ປ​ປ ເກົາ​ຫລີ ກ້າວ​ໄປ​ເຖິງ​ໂຕະ​ເຈ​ລະ​ຈາ ພ້ອມ​ທັງ​ຖື​ວ່າ ທຸ​ກ​ບັນ​ຫາ​ຍັງ​ຄົງ​ຄ້າງ​ອາດ​ຈະ​ແກ້​ໄຂ​ໄດ້​ຜ່ານ​ການ​ເຈ​ລະ​ຈາ. ເມື່ອ​ຕອບ​ສຳ​ພາດ​ຕໍ່​ສະ​ຖາ​ນີ​ກະ​ຈາຍ​ສຽງ ໂທ​ລະ​ພາບ KBS ຂອງ ສ​ເກົາ​ຫລີ, ທ່ານ Hong ຖື​ວ່າ ສ​ເກົາ​ຫລີ ແລະ ສ​ປ​ປ ເກົາ​ຫລີ ຄວນ​ພົບ​ປະກັນ ແລະ ແກ້​ໄຂ​ຫ​ລາຍ​ບັນ​ຫາ​ຍັງ​ຄົງ​ຄ້າງ​ ເຖິງວ່າ​ຜ່ານ​ການ​ພົບ​ປະ​ຂັ້ນ​ສູງ ແລະ ຂັ້ນ​ວິ​ຊາ​ການ. ສປ​ປ ເກົາ​ຫລີ ໄດ້​ປະ​ຕິ​ເສ​ດ​ຄຳ​ສະ​ເຫນີ​ຈາກ ຝ່າຍ ສ​ເກົາ​ຫລີ ກ່ຽວ​ກັບ​ການ​ຈັດ​ຕັ້ງ​ດຳ​ເນີນ​ການ​ເຈ​ລະ​ຈາ​ຂັ້ນ​ລັດ​ຖະ​ບານ ຫລາຍ​ຄັ້ງ​ແລ້ວ  ແຕ່​ສະ​ເຫນີ​ເຊື່ອມ​ຕໍ່​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ຮ່ວມ​ເຖິງ ພູ Kumgang ຢູ່​ພາກ​ເຫນືອ ຊື່ງ​ເຄ​ີຍ​ຖືກ​ຢຸດ​ຕິ​ເມື່ອ​ປີ 2008 ພາ​ຍ​ຫລັງ​ນັກ​ທ່ອງ​ທ່ຽວ ສ​ເກົາ​ຫລີ ຜູ້​ຫນຶ່ງຖືກ​ຍິງ​ຕາຍ.

 

 

ຂ່າວ/ບົດ​ອື່ນ